ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຮ່ວມກັບອົງການ ESCAP ພາຍໃຕ້ໂຄງການ LIFT4LAOS ໄດ້ຈັດກອງປະຊຸມພົບປະນັກລົງທຶນໃນຂະແໜງບໍ່ແຮ່. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄລທ, ໂດຍມີບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດໃນຂະແໜງບໍ່ແຮ່ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວເປັນເວທີໃຫ້ພາກລັດ ແລະ ພາກທຸລະກິດໄດ້ພົບປະ, ແລກປ່ຽນຄວາມຄິດເຫັນ ແລະ ຮັບຟັງຂໍ້ມູນກ່ຽວກັບນະໂຍບາຍສົ່ງເສີມ ແລະ ຂັ້ນຕອນການລົງທຶນ, ການຂໍອະນຸຍາດນຳເຂົ້າ–ສົ່ງອອກແຮ່ທາດເພື່ອນຳໄປວິໄຈ ແລະ ທົດລອງເຕັກໂນໂລຊີ, ພ້ອມທັງຂັ້ນຕອນການຂໍອະນຸຍາດສຳປະທານແຮ່ທາດຢູ່ ສປປ ລາວ.

