ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
ຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຫຼື “ຄລທ” ໄດ້ຖືກສ້າງຕັ້ງຂຶ້ນ ໃນວັນທີ 11 ສິງຫາ 2025 ຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025. ຄລທ ເປັນອົງການຈັດຕັ້ງຂອງລັດຖະບານ, ຮັບຜິດຊອບ ແລະ ລາຍງານໂດຍກົງຕໍ່ ທ່ານ ນາຍົກລັດຖະມົນຕີ. ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ) ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ສິງຫາ 2025 ຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 030/ຄລທ, ລົງວັນທີ 18 ສິງຫາ 2025. ຫລທ ມີພາລະບົດເປັນເສນາທິການໃຫ້ແກ່ລັດຖະບານ ເຊິ່ງເປັນກົງຈັກການຈັດຕັ້ງໜື່ງມີຖານະເທົ່າກົມ, ເປັນໜ່ວຍງານຫຼັກໃນການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ໂດຍຜ່ານກົນໄກ ການບໍລິການລົງທຶນ ປະຕູດຽວ.
ໜ້າທີ່ຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
ຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ເປັນເສນາທິການໃຫ້ລັດຖະບານ ໃນວຽກງານ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ, ການລົງທຶນຮ່ວມ ພາກລັດ ແລະ ເອກະຊົນ ລວມທັງການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ແລະ ການອະນຸຍາດອອກໄປລົງທຶນຢູ່ຕ່າງປະເທດ. ພາລະບົດບາດຫຼັກ ຂອງ ຄລທ ລວມມີ:
ດ້ານນິຕິກຳ ແລະ ນະໂຍບາຍ
ຄົ້ນຄວ້າ, ສ້າງ ແລະ ປັບປຸງຍຸດທະສາດ, ກົດໝາຍ, ດຳລັດ ແລະ ລະບຽບການທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ແລະ ເຂດເສດຖະກິດພິເສດ. ດຳເນີນການສຶກສາເພື່ອປັບປຸງກົນໄກ ແລະ ຂັ້ນຕອນການອະນຸມັດການລົງທຶນ, ຮັບປະກັນຄວາມສະດວກ, ວ່ອງໄວ, ກະທັດຮັດ ແລະ ເປັນທັນສະໄໝຫຼາຍຂຶ້ນ, ພ້ອມທັງເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນໃນການດຶງດູດການລົງທຶນໃນພາກພື້ນ ແລະ ສາກົນ.
ການສົ່ງເສີມການລົງທຶນ
ຊີ້ນໍາການສົ່ງເສີມ, ການເຜີຍແຜ່, ການປຸກລະດົມຂົນຂວາຍ ແລະ ການແນະນໍາກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນຂອງເອກະຊົນ, ການລົງທຶນຮ່ວມ ພາກລັດ ແລະ ເອກະຊົນ, ແລະ ເຂດເສດຖະກິດພິເສດ ແລະ ສະເພາະ.
ການຊີ້ນຳການລົງທຶນ
ພິຈາລະນາຄໍາຮ້ອງຂໍລົງທຶນພາກເອກະຊົນໃນກິດຈະການສໍາປະທານ, ການພັດທະນາເຂດເສດຖະກິດພິເສດ ແລະ ສະເພາະ, ໂຄງການ PPP, ແລະ ກິດຈະການໃນບັນຊີຄວບຄຸມ; ຕິດຕາມກວດກາການຈັດຕັ້ງປະຕິບັດ; ການແກ້ໄຂບັນຫາຂອງນັກລົງທຶນ; ແລະ ລາຍງານຕໍ່ລັດຖະບານ.
ການສ້າງຄວາມອາດສາມາດ ແລະ ໃຫ້ການຊີ້ນຳ
ໃຫ້ການຊີ້ນໍາດ້ານວິຊາການແກ່ອົງການປົກຄອງທ້ອງຖິ່ນ, ຄວາມຮັບຜິດຊອບຂອງການຈັດຕັ້ງ ແລະ ພະນັກງານລັດຖະກອນ, ແລະ ການຈັດການຝຶກອົບຮົມເພື່ອເສີມສ້າງຄວາມອາດສາມາດດ້ານວິຊາການຢ່າງເປັນມືອາຊີບ.
ຂໍ້ມູນ ແລະ ລະບົບ
ການພັດທະນາຖານຂໍ້ມູນການລົງທຶນ, ລະບົບແຜນທີ່, ແລະ ເຄື່ອງມືດ້ານການເກັບກຳສະຖິຕິເພື່ອປັບປຸງການຄຸ້ມຄອງຂໍ້ມູນຂ່າວສານໃຫ້ທັນສະໄໝ.
ການເຈລະຈາ ແລະ ການຮ່ວມມື
ຊີ້ນໍາການເຈລະຈາ ບັນດາສັນຍາ, ສົນທິສັນຍາ, ແລະ ຂອບຮ່ວມມືທີ່ກ່ຽວຂ້ອງກັບການລົງທຶນ ແລະ ຮັບປະກັນການປະຕິບັດຕາມພັນທະສາກົນ.
ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດ
ຕິດຕາມກວດກາການປະຕິບັດໂຄງການ, ການເກັບລາຍຮັບ, ວຽກງານສິ່ງແວດລ້ອມ, ການນຳໃຊ້ທີ່ດິນ ແລະ ການປະຕິບັດດ້ານແຮງງານຕາມກົດໝາຍແຫ່ງຊາດ.
ການບໍລິຫານ ແລະ ຄຸ້ມຄອງລັດ
ການຄຸ້ມຄອງການເງິນ, ຊັບສິນ ແລະ ເອກະສານ ການກະກຽມງົບປະມານປະຈຳປີ, ການປະຕິບັດນະໂຍບາຍຂອງພັກ, ການແກ້ໄຂຄຳຮ້ອງທຸກ ແລະ ເສີມສ້າງກົນໄກຕ້ານການສໍ້ລາດບັງຫຼວງ, ການກວດກາ ແລະ ການແຈ້ງຊັບສິນ ແລະ ການປະຕິບັດໜ້າທີ່ອື່ນໆທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ.

