ເປັນຫຍັງຕ້ອງເລືອກລາວ

ເປັນຫຍັງຈຶ່ງຄວນລົງທຶນໃນລາວ

ເສດຖະກິດຂອງ ສ.ປ.ປ. ລາວ ຍັງຄົງມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ມີຄວາມເຂັ້ມແຂງ ສົມຄວນເພື່ອຮັບມືກັບແຮງກົດດັນຈາກທົ່ວໂລກ, ປັດໄຈສຳຄັນ ລວມມີ:

01

ມີສະເຖຍລະພາບທາງການເມືອງ ແລະ ມີທີ່ຕັ້ງອັນເປັນຍຸດທະສາດ

02

ນະໂຍບາຍ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍ ແກ່ການດໍາເນີນທຸລະກິດ ເພື່ອເປີດໂອກາດໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ

03

ການລົງທຶນໃນພື້ນຖານໂຄງລ່າງຂະໜາດໃຫຍ່

04

ການຄຸ້ມຄອງຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບ

ກ່ຽວກັບ ສປປ ລາວ

ສປປ ລາວ ກຳລັງກ້າວສູ່ການເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ກາຍເປັນໜຶ່ງໃນເສດຖະກິດສຳຄັນຂອງອາຊຽນ, ພ້ອມທັງປ່ຽນໂສມໃຫ້ກາຍເປັນໜຶ່ງໃນປະເທດທີ່ມີຄວາມຄຶກຄື້ນ ແລະ ມີພະລັງຂັບເຄື່ອນສູງທີ່ສຸດໃນພາກພື້ນ, ສ້າງໂອກາດທາງທຸລະກິດອັນຫຼາກຫຼາຍໃຫ້ແກ່ທັງນັກລົງທຶນພາຍໃນ ແລະ ຕ່າງປະເທດ, ພ້ອມກ້າວສູ່ການເປັນປະຕູສຳຄັນສູ່ຕະຫຼາດອາຊຽນ.

ເນື້ອທີ
236,800 km2

ເມືອງຫຼວງ
ນະຄອນຫຼວງວຽງຈັນ

ປະຊາກອນ
7,647,723 (2024)

ແຮງງານ
3.57 ລ້ານຄົນ (2024)

Religion
Buddhism

Literacy
85%

Language
Lao

GDP ພາຍໃນຕໍ່ຄົນ
1,970 US$ (2024)​

Currency
Kip

ອັດຕາເພີ່ມຂອງເລກ GDP ພາຍໃນ
4.35 % (2024)



ການຂັບເຄື່ອນການເຕີບໂຕ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

ສປປ ລາວ ສືບຕໍ່ສະແດງທ່າອ່ຽງການເຕີບໂຕຂອງເສດຖະກິດທີ່ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ, ໂດຍພັດທະນາຢ່າງຕໍ່ເນື່ອງເພື່ອຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການໃນປີ 2026. ໃນປີ 2024, GDP ສປປ ລາວ ບັນລຸ 15 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4.35%, ສປປ ລາວ ໄດ້ຜ່ານຜ່າສິ່ງທ້າທາຍຕ່າງໆຈາກການລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ເສດຖະກິດມີຄວາມໝັ້ນຄົງຂຶ້ນ ແລະ ສ້າງປະເທດໃຫ້ເປັນໜຶ່ງໃນຕະຫຼາດທີ່ພົ້ນເດັ່ນໃນອາຊີຕາເວັນອອກສຽງໃຕ້. ສປປ ລາວ ເປັນເສດຖະກິດທີ່ມີການຂະຫຍາຍໂຕຢ່າງຕໍ່ເນື່ອງ ພົ້ນເດັ່ນໃນການພັດທະນາດ້ານພື້ນຖານໂຄງລ່າງ, ການສົ່ງອອກພະລັງງານ ແລະ ການເຊື່ອມຕໍ່ໃນພາກພື້ນ, ສ້າງພື້ນຖານໃຫ້ແກ່ການແຂ່ງຂັນໃນໄລຍະຍາວ.

ສະພາບແວດລ້ອມເສດຖະກິດທີ່ເຂັ້ມແຂງ ແລະ ການແຂ່ງຂັນທີ່ເພີ່ມຂຶ້ນໄດ້ສ້າງໂອກາດການລົງທຶນ. ການວາງແຜນທີ່ດີເປັນພື້ນຖານໃຫ້ແກ່ການເຕີບໂຕທາງເສດຖະກິດຂອງ ສປປ ລາວ. ການວາງແຜນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວແມ່ນອົງປະກອບທີ່ສຳຄັນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030) ໄດ້ກໍານົດບູລິມະສິດດ້ານນະໂຍບາຍຂອງລັດຖະບານ ສອດຄ່ອງກັບເປົ້າໝາຍການຫັນປ່ຽນທາງເສດຖະກິດ ແລະ ການພັດທະນາຂອງປະເທດ.

ໃນຂະນະດຽວກັນ, ການເພີ່ມຂຶ້ນຂອງການລົງທຶນໃນຂະແໜງການຕ່າງໆ ໄດ້ສົ່ງເສີມການສ້າງເສດຖະກິດທີ່ຫຼາກຫຼາຍແມ່ນ ແລະ ປະກອບສ່ວນເຂົ້າໃນ GDP, ກາຍເປັນເສດຖະກິດທີ່ຂັບເຄື່ອນດ້ວຍຂະແໜງການບໍລິການ ນັກມື້ນັບເພີ່ມຂຶ້ນ. ລະຫວ່າງປີ 2021 ຫາ 2025, ຂະແໜງການບໍລິການໄດ້ປະກອບສ່ວນ 36.6% ຂອງ GDP, ເຊິ່ງສູງກວ່າການເຕີບໂຕຂອງອຸດສາຫະກຳທີ່ປະກອບສວ່ນ 32.5% ແລະ ກະສິກຳທີ່ 19.4% ເຂົ້າໃນ GDP.

ແຫຼ່ງຂໍ້ມູນ: ເວັບໄຊສູນສະຖິຕິແຫ່ງຊາດ (https://laosis.lsb.gov.la/)

The Lao PDR Economy Continues To Be Experience Dynamic Growth

Resilience To Withstand Global Pressures, Largely Due To The Following Factors:

  • Strong governance and transparency framework with enhanced sectorial cooperation.
  • Business-friendly policies and thriving ecosystems that have opened up opportunities for foreign and local investors.
  • Large infrastructure investments.
  • Efficient management of natural resources.

ການສ້າງ ສປປ ລາວ ເປັນຈຸດໝາຍທາງດ້ານການຄ້າ ແລະ ການລົງທຶນ

ສປປ ລາວ ສາມາດບັນລຸເງື່ອນໄຂຂອງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ປະຈຸບັນກໍາລັງຢູ່ໃນໄລຍະຂ້າມຜ່ານອອກຈາກບັນຊີປະເທດດ້ອຍພັດທະນາໃນປີ 2026, ຍຸດທະສາດ 10 ປີ (2026-2035) ວາງເປົ້າໝາຍສູ້ຊົນ ໃຫ້ ສປປ ລາວກາຍເປັນປະເທດທີ່ມີລາຍຮັບປານກາງສູງ ໃນປີ 2035 (GNI/ຄົນ ບັນລຸ 5.300 ໂດລາສະຫະລັດ) ແລະ ບັນລຸ ອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນປະເທດ GDP 6-7% ຕໍ່ປີ. ພ້ອມດຽວກັນນັ້ນ, ແນ່ໃສ່ເພີ່ມການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນຂະແໜງການບູລິມະສິດ ທີ່ມີທ່າແຮງຕາມທິດເລືອກເຟັ້ນ, ຄຸນນະພາບ ແລະ ຍືນຍົງ, ໂດຍການ ການປັບປຸງສະພາບແວດລ້ອມການລົງທຶນຢ່າງຮອບດ້ານ.

ການລົງທຶນກິດຈະການບັນຊີຄວບຄຸມ ແລະ ສຳປະທານຂັ້ນສູນກາງ ໃນ ສປປ ລາວ ຕາມປະເທດ (2021-2025)

ການລົງທຶນກິດຈະການບັນຊີຄວບຄຸມ ແລະ ສຳປະທານຂັ້ນສູນກາງ ໃນ ສປປ ລາວ ຕາມຂະແໜງ ການ 2021-2025

ແຫຼ່ງຂໍ້ມູນ: ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ການເສີມສ້າງການປະຕິຮູບ ການບໍລິຫານລັດ ແລະ ຄວາມໂປ່ງໃສ

ລັດຖະບານແຫ່ງ ສປປ ລາວ ໄດ້ມຸ່ງໝັ້ນປັບປຸງສະພາບແວດລ້ອມທາງທຸລະກິດໂດຍການຫຼຸດຂອດຂັັ້ນ, ເວລາ ແລະ ຄ່າໃຊ້ຈ່າຍ ແລະ ເສີມຂະຫຍາຍຄວາມໂປ່ງໃສ ແລະ ປະສິດທິພາບໃນການອອກໃບອະນຸຍາດທຸລະກິດ ແລະ ການລົງທຶນ. ຄວາມພະຍາຍາມໃນການປະຕິຮູບດັ່ງກ່າວໄດ້ສະທ້ອນໃຫ້ເຫັນໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະ ມົນຕີ ເລກທີ 002/PM, ລົງວັນທີ 01 ກຸມພາ 2018, ກ່ຽວກັບການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ. ຜົນສຳເລັດທີ່ສຳຄັນພາຍໃຕ້ການປະຕິຮູບນີ້ລວມມີການຫຼຸດຜ່ອນຂັ້ນຕອນໃນການຈົດທະບຽນວິສາຫະກິດເປັນສອງຂັ້ນຕອນ, ຫັນການຈົດທະບຽນວິສາຫະກິດເປັນດິຈິຕອນ ແລະ ລະບົບການຈ່າຍພາສີອອນລາຍ. ນອກຈາກນັ້ນ, ການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນພາຍໃຕ້ຄະນະກຳມະ ການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນ (ຫລທ) ໄດ້ຮັບການປັບປຸງໃຫ້ມີປະສິດທິພາບຫຼາຍຂຶ້ນ, ຫຼຸດຜ່ອນຂະບວນການອະນຸມັດການລົງທຶນຈາກ 10 ຂັ້ນຕອນລົງເຫຼືອພຽງ 4 ຂັ້ນຕອນ.

ນອກຈາກນັ້ນ, ໄດ້ມີການປະກາດໃຊ້ ແລະ ປັບປຸງກົດໝາຍ ແລະ ລະບຽບການທີ່ສຳຄັນຈຳນວນໜຶ່ງ ເພື່ອໃຫ້ມີຂໍ້ກຳນົດທີ່ຊັດເຈນກວ່າ ແລະ ກົນໄກການດຳເນີນງານຂອງອົງກອນ, ຮັບປະກັນຄວາມສອດຄ່ອງ ແລະ ການຈັດຕັ້ງປະຕິ ບັດທີ່ເປັນເອກະພາບກັນໃນທຸກກະຊວງ ແລະ ທ້ອງຖິ່ນ ເຊັ່ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (2024), ກົດໝາຍວ່າດ້ວຍພາຫະນະ (2021), ກົດໝາຍວ່າດ້ວຍການບັງຄັບໃຊ້ຄຳຕັດສິນສານ (2021), ກົດໝາຍວ່າດ້ວຍວິສາຫະກິດ (2022) ແລະ ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (2019).

ໃນປີ 2025, ລັດຖະບານໄດ້ດຳເນີນການປັບປຸງກົງຈັກທີ່ສຳຄັນເພື່ອໃຫ້ມີຄວາມກະທັດຮັດ, ມີປະສິດທິພາບຫຼາຍຂຶ້ນ, ໂດຍຫຼຸດຜ່ອນຈຳນວນກະຊວງຈາກ 17 ກະຊວງລົງເຫຼືອ 13 ກະຊວງ. ກະຊວງແຜນການ ແລະ ການລົງທຶນໄດ້ຖືກລວມເຂົ້າກັບກະຊວງການເງິນ, ໃນຂະນະທີ່ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ລວມເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ. ເຊັ່ນດຽວກັນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ລວມເຂົ້າກັບກະຊວງກະສິກຳ ແລະ ປ່າໄມ້ເພື່ອສ້າງຕັ້ງກະຊວງກະສິກຳ ແລະ ສິ່ງແວດລ້ອມ. ກະຊວງພາຍໃນໄດ້ຖືກຍຸບເລີກ, ໂດຍມີການແບ່ງຄວາມຮັບຜິດຊອບໃຫ້ແກ່ໜ່ວຍງານຕ່າງໆທີ່ກ່ຽວຂ້ອງ. ໃນຂະນະດຽວກັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຖືກປັບໂຄງສ້າງໃໝ່, ຂະແໜງຂໍ້ມູນຂ່າວສານໄດ້ຖືກຍ້າຍໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ແລະ ກະຊວງດັ່ງກ່າວໄດ້ຖືກປ່ຽນຊື່ເປັນກະຊວງວັດທະນະທຳ ແລະ ທ່ອງທ່ຽວ.

ນະໂຍບາຍສົ່ງເສີມການລົງທຶນ

ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (2024) ໄດ້ກຳນົດນະໂຍບາຍສົ່ງເສີມເພື່ອດຶງດູດການລົງທຶນ ທີ່ມີຄຸນນະພາບໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ ຕາມຂະແໜງ ການສົ່ງເສີມ ແລະ ຕາມເຂດ. ນະໂຍບາຍສົ່ງເສີມການລົງທຶນ ລວມມີ ນະໂຍບາຍດ້ານ ອາກອນກຳໄລ, ພາສີ, ອາກອນລາຍໄດ້, ອາກອນມູນຄ່າເພີ່ມ ແລະ ນະໂຍບາຍຄ່າເຊົ່າ ຫຼື ຄ່າສໍາປະທານທີ່ດິນຂອງລັດ. ນະໂຍບາຍຊ່ວຍໜູນອື່ນ ເຊັ່ນ: ອຳນວຍຄວາມສະດວກໃນການຂໍບັດອະນຸຍາດພັກເຊົາ ແລະ ວີຊາທຸລະກິດ ເຂົ້າອອກຫຼາຍເທື່ອ ສຳລັບຜູ້ລົງທຶນຕ່າງປະເທດ ພ້ອມດ້ວຍສະມາຊິກຄອບຄົວ, ນັກວິຊາການ ແລະ ຜູ້ຊ່ຽວຊານຕ່າງປະເທດ.

ກິດຈະການທີ່ໄດ້ຮັບນະໂຍບາຍສົ່ງເສີມ

ນະ​ໂຍບາຍ​ສົ່ງ​ເສີມດ້ານ​ອາກອນກໍາໄລ ແລະ ດ້ານການນໍາໃຊ້ທີ່ດິນ

ເຂດ  

ອາກອນກຳໄລ

ຍົກເວັ້ນການເກັບຄ່າເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ

ໄລຍະຍົກເວັ້ນ

(ປີ)

ໄລຍະຍົກເວັ້ນເພີ່ມເຕີ່ມ (ປີ) (ກິດຈະການ ຕາມມາດຕາ 9 ຂໍ້ 1, 2 ແລະ 3 ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ).

ໄລຍະຍົກເວັ້ນ (ປີ)

ໄລຍະຍົກເວັ້ນເພີ່ມເຕີ່ມ (ປີ) (ກິດຈະການ ຕາມມາດຕາ 9 ຂໍ້ 1, 2, 3 ແລະ 4 ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ)

ເຂດ 1

ເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອຳນວຍແກ່ການລົງທຶນ

10

5

10

5

ເຂດ 2

ເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອຳນວຍແກ່ການລົງທຶນ

4

3

5

3  

ໝາຍເຫດ: ສຳລັບການລົງທຶນໃນຂະແໜງການສຶກສາໄດ້ຮັບການຍົກເວັ້ນອາກອນກຳໄລຕະຫຼອດໄລຍະການລົງທຶນ.

ນະ​ໂຍບາຍ​ສົ່ງ​ເສີມດ້ານ​ພາສີ, ອາກອນລາຍໄດ້ ແລະ ອາກອນມູນຄ່າເພີ່ມ

  1. ນໍາເຂົ້າ ວັດຖູປະກອນ ທີ່ບໍ່ສາມາດສະໜອງໄດ້ພາຍໃນປະເທດ ເພື່ອສ້າງເປັນຊັບສົມບັດຄົງທີ່ ແລະ ພາຫະນະກົນຈັກຮັບໃຊ້ການຜະລິດໂດຍກົງ ຈະໄດ້ຮັບການຍົກເວັ້ນພາສີ;
  2. ນໍາເຂົ້າ ວັດຖຸດິບ, ແຮ່ທາດ, ວັດຖູປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດເພື່ອສົ່ງອອກ;
  3. ການນໍາເຂົ້າ ວັດຖຸດິບ, ແຮ່ທາດ, ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດ ແລ້ວຈໍາໜ່າຍພາຍໃນ ເພື່ອທົດແທນການນໍາເຂົ້າ ຈະໄດ້ຮັບການຍົກເວັ້ນພາສີ;
  4. ການສົ່ງອອກຜະລິດຕະພັນກະສິກໍາ ທີ່ໄດ້ຈາກ ການຜະລິດ, ການປູກ ແລະ ການລ້ຽງ, ສິນຄ້າອຸດສາຫະກໍາທີ່ຜ່ານຂະ ບວນການຜະລິດ ຫຼື ປຸງແຕ່ງ ເປັນຜະລິດຕະພັນສໍາເລັດຮູບ, ຜະລິດຕະພັນຫັດຖະກໍາ.
  5. ນອກຈາກນັ້ນ, ຜູ້ຊ່ຽວຊານ ໃນຂະແໜງການທີ່ໄດ້ຮັບການສົ່ງເສີມ ເສຍອາກອນລາຍໄດ້ບຸກຄົນ ໃນອັດຕາ 5%.
  6. ສໍາລັບນະໂຍບາຍດ້ານອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

ການກະຕຸ້ນເສດຖະກິດ ຜ່ານເຂດເສດຖະກິດພິເສດ

ສປປ ລາວ ໄດ້ມີການພັດທະນາ ເຂດເສດຖະກິດພິເສດ (SEZ) ທັງໝົດ 21 ແຫ່ງ ເພື່ອສ້າງໂອກາດໃໝ່ ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງຂຶ້ນ. SEZ ມີບົດບາດສຳຄັນໃນການຊຸກຍູ້ການເຕີບໂຕທາງເສດຖະກິດໂດຍການສ້າງກຸ່ມອຸດ ສາຫະກຳໃໝ່ ແລະ ອຸດສາຫະກຳທີ່ພົ້ນເດັ່ນຂຶ້ນ, ສົ່ງເສີມນະວັດຕະກຳ ແລະ ກະຕຸ້ນການບໍລິໂພກໃຫ້ສອດຄ່ອງກັບໂລກາພິວັດ ແລະ ການເຊື່ອມໂຍງພາກພື້ນ. SEZ ປຽບສະເໝືອນແມ່ເຫຼັກ ດຶງດູດການລົງທຶນໂດຍກົງທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງສ້າງເຄືອຂ່າຍພື້ນຖານໂຄງລ່າງທີ່ເຂັ້ມແຂງທີ່ສະໜັບສະໜູນການດຳເນີນງານ ແລະ ອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກ. ນອກຈາກນັ້ນ, SEZ ຍັງເສີມສ້າງການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ ແລະ ການເຂົ້າເຖິງຕະຫຼາດເພື່ອນບ້ານ, ທັງໝົດນີ້ສຸມໃສ່ການພັດທະນາສະມັດຖະພາບ ເພື່ອຮັກສາ ແລະ ເສີມຂະຫຍາຍຄວາມສາອາດໃນການແຂ່ງຂັນທາງດ້ານທຸລະກິດ.

ນັບຕັ້ງແຕ່ມີການສ້າງຕັ້ງ SEZ ແຫ່ງທຳອິດຂອງ ສປປ ລາວ ໃນປີ 2003 ຫາ 2025, SEZ ໄດ້ດຶງດູດການລົງທຶນສູງເຖິງ 41.7 ຕື້ໂດລາສະຫະລັດ, ປະກອບສ່ວນ 78,831,322 ໂດລາສະຫະລັດເຂົ້າໃນລາຍຮັບຂອງລັດຖະບານ ແລະ ເພີ່ມມູນຄ່າການສົ່ງອອກ 3.97 ຕື້ໂດລາສະຫະລັດ. ມາຮອດປີ 2025, ມີ 1,999 ວິສາຫະກິດ ພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນໃນ SEZ ທົ່ວປະເທດ. ສ່ວນໃຫຍ່ແມ່ນນັກລົງທຶນຈາກປະເທດຈີນ (1,312 ທຸລະກິດ), ປະເທດໄທ (73), ມາເລເຊຍ (47) ແລະ ຍີ່ປຸ່ນ (41), ເຊິ່ງເປັນຕົວແທນຂອງບໍລິສັດຕ່າງໆເຊັ່ນ Essilor, Nikon, ແລະ ISUZU ແລະ ອື່ນໆ.

ລັດຖະບານໄດ້ສ້າງຕັ້ງຫ້ອງການບໍລິການປະຕູດຽວ (OSS) ພາຍໃນເຂດ ເພື່ອອຳນວຍຄວາມສະດວກໃນການ ອອກໃບອະນຸຍາດ ກັບທີ່ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ຂັ້ນຕອນການລົງທຶນອື່ນໆ.

ການບໍລິການຫຼັກຂອງຫ້ອງການບໍລິການປະຕູດຽວໃນເຂດ:

  • ຕອບຄໍາຖາມຂອງນັກລົງທຶນ ແລະ ຊ່ວຍເຫຼືອກ່ຽວກັບການລົງທຶນໃນເຂດ.
  • ສະໜອງຂໍ້ມູນກ່ຽວກັບການສົ່ງເສີມ, ນະໂຍບາຍ ແລະ ການປ່ຽນແປງດ້ານລະບຽບການ.
  • ​​ອອກໃບທະບຽນວິສາຫະກິດ, ໃບອະນຸຍາດເຊົ່າສິດການນຳໃຊ້ທີ່ດິນ, ໃບຢັ້ງຢືນການນຳເຂົ້າ-ສົ່ງອອກ ແລະ ການຈ່າຍພາສີ.
  • ອໍານວຍຄວາມສະດວກການຂໍໃບອະນຸຍາດ ແລະ ໃບຢັ້ງຢືນທີ່ກ່ຽວຂ້ອງກັບການຄຸ້ມຄອງແຮງງານ, ການກໍ່ສ້າງ ແລະ ການປະເມີນສິ່ງແວດລ້ອມ.
  • ເລັ່ງຂັ້ນຕອນການຂໍອະນຸຍາດລົງທຶນ ແລະ ອຳນວຍຄວາມສະດວກໃນການແກ້ໄຂອຸປະສັກທີ່ກ່ຽວຂ້ອງກັບທຸລະກິດ.
  • ລວມສູນຂໍ້ມູນ ກ່ຽວກັບນະໂຍບາຍ ແລະ ການປະຕິຮູບອາກອນ ທີ່ຄົບຖ້ວນ.
  • ໃຫ້ບໍລິການອຳນວຍຄວາມສະດວກຫຼັງອະນຸມັດໂຄງການ.

ການນໍາໃຊ້ຄວາມໄດ້ປຽບທີ່ພົ້ນເດັ່ນ

ການເຕີບໂຕຂອງ ສປປ ລາວ ຍັງສືບຕໍ່ຂັບເຄື່ອນດ້ວຍຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ, ມີກະສິກໍາ, ແຮ່ທາດ, ພະລັງງານໄຟຟ້າ, ແລະ ການທ່ອງທ່ຽວຍັງຄົງເປັນເສົາຄ້ຳຫຼັກຂອງປະເທດ.

ຂະແໜງການ

ລາຍລະອຽດ

 ພະລັງງານ

​ເພື່ອ​ແນ​ໃສ່ໝູນໃຊ້ທ່າແຮງບົ່ມຊ້ອນດ້ານພະລັງງານຂອງ ປະຈຸ​ບັນ ສປປ ລາວ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕາ   ໜ່າງ​ໄຟຟ້າ​ຂອງ​ອາ​ຊຽນ (APG), ຂໍ້​ລິ​ເລີ່ມ​ຂອງ​ພາກ​ພື້ນ ​ເພື່ອ​ເຊື່ອມ​ຕໍ່​ລະບົບ​ໄຟຟ້າ​ໃນ​ທົ່ວ​ທັງ​ສິບ​ປະ​ເທດ​ສະມາຊິກ​ອາ​ຊຽນ. ສິ່ງ​ດັ່ງກ່າວ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ສະໜັບສະໜູນ​ການ​ນຳ​ໃຊ້​ພະລັງງານ​ທົດ​ແທນ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດ. ໃນຂະນະທີ່ເຂື່ອນໄຟຟ້າຍັງຄົງເປັນກະດູກສັນຫຼັງ, ສປປ ລາວ ໄດ້ມີການສຳຫຼວດພະລັງງານດ້ານ ແສງຕາເວັນ, ລົມ ແລະ ຊີວະມວນ ເພື່ອສະໜອງໃຫ້ມີຄວາມຫຼາກຫຼາຍ. ສປປ ລາວ ສືບຕໍ່ເຫັນໂອກາດທີ່ພົ້ນເດັ່ນທາງດ້ານການພັດທະນາພະລັງງານ. ໃນລະຫວ່າງປີ 2021 ຫາ 2025, ທົ່ວປະເທດສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 251,052 ລ້ານກິໂລວັດໂມງ, ໃນນັ້ນ 195,602 ລ້ານກິໂລວັດໂມງ ໄດ້ສົ່ງອອກໄປຍັງຕະຫຼາດພາກພື້ນ.

 ກະສິກຳ

ຂະ​ແໜງ​ກະ​ສິ​ກຳ​ຢູ່ ສປປ ລາວ ສືບ​ຕໍ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ​ໂດຍ​ອີງ​ໃສ່​ຍຸດ​ທະ​ສາດ​ພັດທະນາ​ກະສິກຳ​ຮອດ​ປີ 2025 ​ແລະ ວິ​ໄສ​ທັດ​ປີ 2030, ປະ​ເທດ​ພວມ​ກ້າວ​ໄປ​ສູ່​ການ​ປະຕິບັດ​ກະສິກຳ​ທີ່​ທັນ​ສະ​ໄໝ, ຢືດໝັ້ນ, ​ແລະ ຍືນ​ຍົງ. ຄວາມຄືບໜ້າແມ່ນເຫັນໄດ້ຊັດເຈນໃນທົ່ວການຜະລິດພືດ, ການລ້ຽງສັດ, ປ່າໄມ້ ແລະ ການປະມົງ, ໃນຂະນະທີ່ມີຄວາມພະຍາຍາມເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສົ່ງເສີມກະສິກຳສະອາດ ແລະ ການຂະຫຍາຍການສົ່ງອອກທີ່ມີການແຂ່ງຂັນແມ່ນກຳລັງເສີມສ້າງຖານະຂອງ ສປປ ລາວໃນຕະຫຼາດພາກພື້ນ.

ການຜະລິດ

ຂະ​ແໜງ​ການ​ຜະ​ລິດ​​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ເສດ​ຖະ​ກິດຂອງ ສປປ ລາວ, ໄດ້​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ເຕີບ​ໂຕ GDP ຄຽງ​ຄູ່​ກັບ​ການ​ບໍ​ລິ​ການ ແລະ ກະ​ສິ​ກຳ. ການຂະຫຍາຍ ຕົວທາງດ້ານການປຸງແຕ່ງສະບຽງອາຫານ, ເຄື່ອງຕັດຫຍິບ, ວັດສະດຸກໍ່ສ້າງ, ອຸດສາຫະກໍາເບົາແມ່ນໄດ້ຮັບການຊຸກຍູ້ຈາກຄວາມຕ້ອງການຂອງພາກພື້ນແລະການລົງທຶນຂອງຕ່າງປະເທດ, ໃນຂະນະທີ່ການປະຕິຮູບແລະການປັບປຸງພື້ນຖານໂຄງລ່າງໄດ້ເພີ່ມຄວາມສາມາດໃນການແຂ່ງຂັນ. ມຸ່ງ​ໄປ​ເຖິງ​ການ​ເປັນ​ຖານ​ການ​ຜະ​ລິດ​ທີ່​ມີ​ຄວາມ​ໃກ້​ຄຽງ​ກັບ​ປະ​ເທດ​ອື່ນໆ ແລະ ​ຕົ້ນ​ທຶນ​ການ​ຜະ​ລິດ​ຕ່ຳ ຊຸກ​ຍູ້​ການ​ສ້າງ​ຕັ້ງ​ຖານ​ການ​ຜະ​ລິດ​ຢູ່​ເຂດ SEZ ທີ່​ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ.

 ການທ່ອງທ່ຽວ

ຂະ​ແໜງ​ການ​ທ່ອງ​ທ່ຽວ​ມີ​ການ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ, ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນຫຼາຍກວ່າ 12,5 ລ້ານ​ເທື່ອ​ຄົນ​ໃນ​ໄລຍະ 2022-2025. ລັດຖະບານໄດ້ຊຸກຍູ້ການທ່ອງທ່ຽວແບບຍືນຍົງ, ຍົກລະດັບພື້ນຖານໂຄງລ່າງ, ການຝຶກອົບຮົມກໍາລັງແຮງງານເພື່ອເສີມສ້າງ ສປປ ລາວ ໃຫ້ເປັນຈຸດໝາຍການທ່ອງທ່ຽວ ສີຂຽວ ແລະ ວັດທະນະທໍາຂອງອາຊຽນ.

 

 

Shaping inclusive and sustainable growth

  • Lao PDR is also creating future-oriented education and training programmes that will ensure young people are equipped with the right skill sets and knowledge to support growth, seize opportunities in the job market and reduce poverty.
  • In driving the country’s socio-economic transformation agenda, it has already achieved poverty-related Millennium Development Goals (MDG) by halving its poverty rate by 2015.
  • Recognizing the importance of building a solid foundation for future generations, Lao PDR has also undertaken the Health Sector Strategy 2020, National Nutrition Strategy (2015 – 2023) and Plan of Action (2016 – 2020) to improve healthcare, and is gearing up to implement universal health coverage with support from development partners.

ການເຊື່ອມໂຍງພາກພື້ນ

ຄວາມມຸ່ງໝັ້ນ​ທີ່​ຈະສ້າງ ສປປ ລາວ ໃຫ້ກາຍ​ເປັນ​ເສດຖະກິດ​ທີ່​ສຳຄັນ​ໃນ​ພາກ​ພື້ນ, ສປປ ລາວ ​ໄດ້​ເປີດ​ໂອກາດ​ທາງ​ທຸລະ​ກິດ​ທີ່​ຫຼາກ​ຫຼາຍ​ໃຫ້​ແກ່​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ຕະຫຼາດ​ທີ່​ມີ​ຊາຍ​ແດນ​ສຳຄັນ​ຄື: ​ໄທ, ຈີນ, ຫວຽດນາມ, ກຳປູ​ເຈຍ ​ແລະ ມຽນມາ, ​ສປປ ລາວ ກາຍເປັນ​ຈຸດ​ໃຈກາງ​ຂອງ​ອາ​ຊຽນ, ມີ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ເຂັ້ມ​ແຂງ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ຕ່າງປະ​ເທດ, ຍົກສູງບົດບາດຂອງຄະນະ​ກຳມະການ​ເສດຖະກິດ​ອາ​ຊຽນ (AEC), ​ລວມທັງ​ຄູ່​ຮ່ວມ​ມືທາງດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງອາ​ຊຽນ. ນອກຈາກ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ​ແຕ່​ປີ 2013, ສປປ ລາວ ຍັງ​ມີ​ສົນທິສັນຍາ​ປົກປ້ອງການລົງທຶນ​ ຮ່ວມ​ກັບ 26 ປະ​ເທດ, ໄດ້ຮັບສິດທິ​ພິ​ເສດຜ່ອນຜັນພາສີນໍາເຂົ້າສິນຄ້າ (GSP) ກັບ 48 ປະ​ເທດ.

I. ໃຈກາງຂອງການເຊື່ອມໂຍງພາກພື້ນ

ສປປ ລາວ ເປັນໃຈກາງຂອງອາຊຽນ, ໜຶ່ງໃນພາກພື້ນທີ່ມີການເຕີບໂຕໄວທີ່ສຸດໃນໂລກ. ສປປ ລາວ ມີສາຍພົວພັນທາງການຄ້າ ແລະ ການລົງທຶນທີ່ແໜ້ນແຟ້ນກັບປະເທດທີ່ສຳຄັນໃນພາກພື້ນ ແລະ ສາກົນ, ໂດຍມີການສະໜັບສະໜູນຈາກ ຄະນະກຳມະການເສດຖະກິດອາຊຽນ (AEC), ພ້ອມທັງຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນຂອງອາຊຽນ.

ສປປ ລາວ ມີຂໍ້ໄດ້ປຽບທາງພູມສາດທີ່ເປັນຍຸດທະສາດຄື ການມີເສັ້ນທາງເຊື່ອມຕໍ່ທາງບົກ, ມີຊາຍແດນຕິດກັບຕະຫຼາດອາຊຽນທີ່ສຳຄັນ ລວມທັງປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ. ລາວຍັງມີຊາຍແດນຕິດກັບປະເທດຈີນຢູ່ທາງທິດເໜືອ ແລະ ເປັນຈຸດສຳຄັນໃນຍຸດທະສາດ ໜຶ່ງແລວທາງໜຶ່ງເສັ້ນທາງ.

II. ການເຊື່່ອມໂຍງພາກພື້ນອາຊຽນ: ແຜນດຳເນີນງານສົ່ງເສີມການລົງທຶນພາກພື້ນອາຊຽນ (RIPAP)

ໃນວັນທີ 7 ຕຸລາ 2024, RIPAP ໄດ້ເປີດຕົວໃນກອງປະຊຸມການລົງທຶນອາຊຽນຄັ້ງທີ 2 ທີ່ນະຄອນຫຼວງວຽງຈັນ. ການລິເລີ່ມຍຸດທະສາດນີ້ໄດ້ຖືກພັດທະນາຂຶ້ນໂດຍຮ່ວມມືກັບຄະນະກຳມະການປະສານງານການລົງທຶນ (CCI), ສຳນັກງານເລຂາທິການອາຊຽນ ແລະ ຄະນະກຳມະການເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດສຳລັບພາກພື້ນ ອາຊີ ແລະ ປາຊີຟິກ (ESCAP). ໃນຖານະເປັນສ່ວນໜຶ່ງຂອງ RIPAP, ບັນດາປະເທດອາຊຽນກຳລັງເຮັດວຽກຮ່ວມກັນເພື່ອສົ່ງເສີມພາກພື້ນດັ່ງກ່າວໃຫ້ເປັນຈຸດໝາຍປາຍທາງການລົງທຶນແບບລວມສູນ ໃນຂະນະທີ່ເນັ້ນໃຫ້ເຫັນຈຸດແຂງທີ່ເປັນເອກະລັກຂອງແຕ່ລະປະເທດສະມາຊິກໃນແຕ່ລະຂັ້ນຕອນຂອງລະບົບຕ່ອງໂສ້ມູນຄ່າອຸດສາຫະກຳ. RIPAP ແນໃສ່ຂະແໜງການທີ່ມີທ່າແຮງສູງ ລວມທັງ:

  • ເຊື້ອໄຟຊີວະພາບ
  • ອຸປະກອນພະລັງງານແສງຕາເວັນ PV
  • ການດັກເກັບ ແລະ ຮັກສາຄາບອນ (CCS)
  • ອຸປະກອນການແພດ
  • ສັດຕະວະແພດ
  • ການພັດທະນາເຄືອຂ່າຍໄຟຟ້າອັດສະລິຍະ
  • ວັດສະດຸກໍ່ສ້າງແບບຍືນຍົງ

ແຜນການດັ່ງກ່າວກຳລັງໄດ້ຮັບການຈັດຕັ້ງປະຕິບັດເປັນໄລຍະຕັ້ງແຕ່ປີ 2025-2030, ໂດຍບັນດາໜ່ວຍງານສົ່ງເສີມການລົງທຶນ ທີ່ເຂົ້າຮ່ວມຈະເຮັດວຽກຮ່ວມກັນໃນການປະສານງານເພື່ອປະຊາສຳພັນຫານັກລົງທຶນ, ການເຂົ້າຮ່ວມງານສາກົນ ແລະ ການສ້າງຂໍ້ມູນໂຄງການທີ່ພ້ອມສຳລັບການລົງທຶນ. ຜ່ານກຸ່ມເຮັດວຽກສະເພາະຂະແໜງການ, ໜ່ວຍງານສົ່ງເສີມການລົງທຶນຂອງບັນດາປະ ເທດອາຊຽນກຳລັງພັດທະນາບັນດາ ເຄື່ອງມືການຕະຫຼາດ, ການພົວພັນກັບສະມາຄົມອຸດສາຫະກຳ, ແລະ ການສະແດງໂອກາດການລົງທຶນທີ່ເປັນຮູບປະທຳໃນງານວາງສະແດງການຄ້າສາກົນທີ່ສຳຄັນ ແລະ ໃນເວທີ InvestASEAN.

ສຳລັບ ສປປ ລາວ, RIPAP ສະເໜີໂອກາດໃນການດຶງດູດການລົງທຶນໃນກິດຈະກຳຕ່ອງໂສ້ມູນຄ່າສະເພາະທີ່ປະເທດມີຂໍ້ໄດ້ປຽບທາງທຳມະຊາດ. ໂດຍການເຂົ້າຮ່ວມໃນຂອບການຮ່ວມມືພາກພື້ນດັ່ງກ່າວ, ສປປ ລາວ ໄດ້ຮັບຜົນປະໂຫຍດຈາກການສ້າງຍີ່ຫໍ້ອາຊຽນແບບລວມໝູ່ ແລະ ຄວາມພະຍາຍາມດ້ານການຕະຫຼາດຮ່ວມກັນ ໃນຂະນະທີ່ກຳນົດຈຸດຍືນຕົນເອງຢ່າງມີຍຸດທະສາດພາຍໃນຕ່ອງໂສ້ການສະໜອງພາກພື້ນທີ່ກວ້າງຂວາງ.