ໜ້າທີ່ຂອງຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ) ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ) ໃນການສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມການລົງທຶນໃນ ສປປ ລາວ. ພາລະບົດບາດຫຼັກ ຂອງ ຫລທ ລວມມີ:
ການປະສານງານ ແລະ ວຽກກອງເລຂາ
- ເຮັດໜ້າທີ່ເປັນກອງເລຂາຂອງ ຄລທ ເປັນໃຈກາງປະສານງານໃນວຽກງານ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການລົງທຶນ ພາກລັດ ແລະ ເອກະຊົນ, ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ແລະ ການລົງທຶນຕ່າງປະເທດ.
- ເປັນໃຈກາງໃນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາ, ສັນຍາ ແລະ ຂອບການຮ່ວມມື.
- ນໍາພາການເຈລະຈາສັນຍາການລົງທຶນເອກະຊົນ, ຈັດພິທີເຊັນສັນຍາການລົງທຶນ ແລະ ກິດຈະກຳການຮ່ວມມືສາກົນ.
ການສ້າງນະໂຍບາຍ, ນິຕິກຳ ແລະ ແຜນຍຸດທະສາດ
- ຄົ້ນຄວ້າ, ຮ່າງ ແລະ ປັບປຸງຍຸດທະສາດ, ນະໂຍບາຍ, ກົດໝາຍ, ດຳລັດ ແລະ ລະບຽບການທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ການຄຸ້ມຄອງ ການລົງທຶນ ແລະ ການພັດທະນາເຂດເສດຖະກິດພິເສດ ແລະ ສະເພາະ.
- ເປັນໃຈກາງປະສານງານການສ້າງບັນຊີຮຽກການລົງທຶນ (ກິດຈະການຄວບຄຸມ ແລະ ສຳປະທານ) ທີ່ສອດຄ່ອງກັບບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
- ໃຫ້ຄຳແນະນຳ ແລະ ເຜີຍແຜ່ບັນດາ ນະໂຍບາຍ, ກົດໝາຍ ແລະ ລະບຽບການໃຫ້ແກ່ຜູ້ທີ່ກ່ຽວຂ້ອງ.
ການອະນຸມັດ ແລະ ຄຸ້ມຄອງການລົງທຶນ
- ທົບທວນ ແລະ ຄົ້ນຄວ້າຄຳຮ້ອງຂໍລົງທຶນໃນກິດຈະການສຳປະທານ, ກິດຈະການໃນບັນຊີຄວບຄຸມ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ ແລະ ການອອກໄປລົງທຶນຢູ່ຕ່າງປະເທດ.
- ອອກໃບອະນຸຍາດການລົງທຶນ, ໃບສົ່ງເສີມການລົງທຶນ, ໃບອະນຸຍາດອອກໄປລົງທຶນຕ່າງປະເທດ ແລະ ໜັງສືທີ່ກ່ຽວຂ້ອງກັບການລົງທຶນອື່ນໆ.
- ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດໂຄງການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ອຳນວຍຄວາມສະດວກໃນການແກ້ໄຂບັນຫາສິ່ງທ້າທາຍຕ່າງໆ.
- ອຳນວຍຄວາມສະດວກ ແລະ ຄຸ້ມຄອງນັກລົງທຶນ ແລະ ຄອບຄົວ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດໃນ ສປປ ລາວ.
ລະບົບ, ຂໍ້ມູນ ແລະ ການລາຍງານ
- ສ້າງ ແລະ ຄຸ້ມຄອງລະບົບຖານຂໍ້ມູນ ແລະ ແຜນທີ່ການລົງທຶນ.
- ລາຍງານການ ສົ່ງເສີມການລົງທຶນ, ການພັດທະນາເຂດເສດຖະກິດພິເສດ-ສະເພາະ ແລະ ການລົງທຶນຮ່ວມພາກລັດ-ເອກະຊົນ ເປັນປະຈໍາ ຕໍ່ ຄລທ ແລະ ລັດຖະບານ.
- ສັງລວມບັນຫາຂອງນັກລົງທຶນ ແລະ ປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂບັນຫາ.
ການປະຕິບັດຕາມ ແລະ ກວດກາ
- ຕິດຕາມຊຸກຍູ້ວຽກງານ ວຽກງານສິ່ງແວດລ້ອມ ແລະ ການນຳໃຊ້ທີ່ດິນໃນເຂດເສດຖະກິດພິເສດ ແລະ ສະເພາະ.
- ຕິດຕາມກວດກາການນຳໃຊ້ແຮງງານໃຫ້ສອດຄ່ອງກັບແຜນການພັດທະນາເຂດເສດຖະກິດພິເສດ-ສະເພາະ ແລະ ຄວາມຕ້ອງການຂອງໂຄງການ.
- ເສີມສ້າງກົນໄກການຕິດຕາມກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ.
ການບໍລິຫານ ແລະ ການຄຸ້ມຄອງດ້ານການເງິນ
- ກະກຽມ ແລະ ຄຸ້ມຄອງງົບປະມານ, ຊັບສິນ, ພາຫະນະ ແລະ ອຸປະກອນປະຕິບັດງານ.
- ລະດົມ ແລະ ນຳໃຊ້ເງິນທຶນຊ່ວຍເຫຼືອ ແລະ ການສະໜັບສະໜູນດ້ານວິຊາການຈາກຄູ່ຮ່ວມພັດທະນາສາກົນ.
- ສະຫຼຸບ ແລະ ສັງລວມການເຄື່ອນໄຫວວຽກງານເພື່ອລາຍງານຕໍ່ຂັ້ນເທິ່ງ.
- ຄຸ້ມຄອງການຈັດຕັ້ງ, ພະນັກງານ, ການພັດທະນາບຸກຄະລາກອນ ແລະ ໂຄງການຝຶກອົບຮົມ.
- ສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ, ການປະຕິບັດລະບຽບວິໄນ ແລະ ການປະຕິບັດຕາມນະໂຍບາຍ ແລະ ລະບຽບການ ຂອງພັກ-ລັດ.

