ໃນວັນທີ 29 ມິຖຸນາ 2026, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ຜູ້ປະຈຳການ, ໄດ້ໃຫ້ກຽດຕ້ອນຮັບ ທ່ານ Ong Siew Gay, ເອກອັກຄະລັດຖະທູດສາທາລະນະລັດສິງກະໂປ ປະຈຳ ສປປ ລາວ ເນື່ອງໃນໂອກາດເຂົ້າຢ້ຽມຢາມຂໍ່ານັບ ແລະ ປຶກສາຫາລືເພື່ອເສີມສ້າງການຮ່ວມມືດ້ານການລົງທຶນ.
ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮ່ວມມືໃນຂົງເຂດການລົງທຶນ, ການພັດທະນາເສດຖະກິດ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຶງດູດນັກລົງທຶນ.
ໃນໂອກາດນີ້, ທ່ານ ຮອງປະທານ ຄລທ ໄດ້ນຳສະເໜີພາລະບົດບາດຂອງ ຄລທ ພາຍຫຼັງການປັບໂຄງຮ່າງການຈັດຕັ້ງ ໂດຍເນັ້ນໃສ່ການຍົກລະດັບການປະສານງານ, ການອຳນວຍຄວາມສະດວກໃຫ້ນັກລົງທຶນ ແລະ ການສົ່ງເສີມການລົງທຶນໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ຝ່າຍສິງກະໂປໄດ້ແບ່ງປັນປະສົບການກ່ຽວກັບບົດບາດຂອງ ຄະນະພັດທະນາເສດຖະກິດສິງກະໂປ (Economic Development Board: EDB), ເຊິ່ງເປັນອົງການຫຼັກໃນການຂັບເຄື່ອນນະໂຍບາຍດ້ານການລົງທຶນ ແລະ ການພັດທະນາອຸດສາຫະກຳ. ພ້ອມກັນນັ້ນ, ຝ່າຍສິງກະໂປຍັງໄດ້ສະແດງຄວາມສົນໃຈໃນການຄົ້ນຫາແນວທາງທີ່ສິງກະໂປ ຈະສາມາດປະກອບສ່ວນ ແລະ ສະໜັບສະໜູນການພັດທະນາດ້ານການລົງທຶນຂອງ ສປປ ລາວ.
ທ່ານ ເອກອັກຄະລັດຖະທູດ ໄດ້ກ່າວວ່າ ເຖິງແມ່ນສິງກະໂປຈະມີຊັບພະຍາກອນທຳມະຊາດຈຳກັດ, ແຕ່ສິງກະໂປໄດ້ໃຫ້ຄວາມສຳຄັນຕໍ່ການລົງທຶນໃນການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບທັກສະແຮງງານ ແລະ ການສ້າງບຸກຄະລາກອນທີ່ມີຄວາມສາມາດສູງ ຊຶ່ງເປັນພື້ນຖານສຳຄັນໃນການດຶງດູດການລົງທຶນ ແລະ ສ້າງການເຕີບໂຕທາງເສດຖະກິດໃຫ້ຍືນຍົງ.
ການພົບປະໃນຄັ້ງນີ້ ສະທ້ອນໃຫ້ເຫັນເຈດຈຳນົງຂອງທັງສອງຝ່າຍໃນການສືບຕໍ່ເສີມສ້າງການຮ່ວມມື, ແລກປ່ຽນປະສົບການ ແລະ ສຳຫຼວດກາລະໂອກາດໃໝ່ໆ ໃນການພັດທະນາການລົງທຶນ ແລະ ການຍົກລະດັບຂີດຄວາມສາມາດຂອງ ສປປ ລາວ ໃນໄລຍະຕໍ່ໜ້າ.


