ທ່ານ ຫົວໜ້າ ຫ້ອງການ ຄລທ ຕິດຕາມ ທ່ານ ລັດຖະມົນຕີ ກະຊວງ ການເງິນ ຢ້ຽມຢາມ ແລະ ເຮັດວຽກກັບ ອົງການສົ່ງເສີມການລົງທຶນ ຮົງກົງ

by | Mar 10, 2026 | ຂ່າວສານ & ກິດຈະກຳ

ທ່ານ ຫົວໜ້າ ຫ້ອງການ ຄລທ ຕິດຕາມ ທ່ານ ລັດຖະມົນຕີ ກະຊວງ ການເງິນ ຢ້ຽມຢາມ ແລະ ເຮັດວຽກກັບ ອົງການສົ່ງເສີມການລົງທຶນ ຮົງກົງ (Invest Hong Kong) ເພື່ອ ສຶກສາກ່ຽວກັບ ກົນໄກ ແລະ ນະໂຍບາຍ ສົ່ງເສີມການລົງທຶນຂອງ ຮົງກົງ ແລະ ການສ້າງສະພາບແວດລ້ອມໃຫ້ແກ່ການພັດທະນາ ຕະຫຼາດຄຳ.

ເຂດປົກຄອງພິເສດ ຮົງກົງ ມີຜົນສຳເລັດສູງໃນການດຶງດູດການລົງທຶນ ດ້ວຍການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ທີ່ເອື້ອອຳນວຍ. ຫ້ອງການ ຄລທ ຂອງ ສປປ ລາວ ແລະ ອົງການສົ່ງເສີມການລົງທຶນ ຍັງໄດ້ປຶກສາລືໃນການເສີມຂະຫຍາຍການຮ່ວມມື 2 ຝ່າຍ ເພື່ອ ດຶງດູດການລົງທຶນທີ່ມີຄຸນນະພາບເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

ກົດຮູບພາບເພື່ອຂະຫຍາຍ: