ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ທູດການຄ້າ ຂອງ ທ່ານ ນາຍົກລັດຖະມົນຕີ ເເຫ່ງ ຣາຊະອານາຈັກ ອັງກິດ ເພື່ອຮ່ວມກັນຊຸກຍູ້ການລົງທຶນຂອງສອງປະເທດ

by | Oct 28, 2025 | ຂ່າວສານ & ກິດຈະກຳ

ໃນວັນທີ 22 ຕຸລາ 2025, ທ່ານ ປອ ວັນທະນາ ນໍລິນທາ, ຫົວຫນ້າ ຫ້ອງການ ຄລທ ຕ້ອນຮັບ ທ່ານ Matt Western ສະມາຊິກສະພາ ປາຈໍາເມືອງ Warwick ເເລະ Leamington, ທູດການຄ້າ ຂອງນາຍົກຖະມົນຕີ ເເຫ່ງ ຣາຊະອານາຈັກ ອັງກິດ ປະຈໍາ ສປປ ລາວ ພ້ອມຄະນະ. ໃນໂອກາດນີ້, ສອງຝ່າຍໄດ້ມີການແລກປ່ຽນ ແລະ ຮັບຟັງສະພາບການລົງທຶນຂອງ ສປປ ລາວໃນໄລຍະຜ່ານມາ, ເຊິ່ງຝ່າຍອັງກິດໄດ້ສະເເດງເຈດຈໍານົງ ໃນການເຂົ້າມາມີສ່ວນຮ່ວມສົ່ງເສີມການລົງທຶນ ລະຫວ່າງ ສອງປະເທດ ໃຫ້ຫລາຍຂຶ້ນ. ພ້ອມທັ້ງໄດ້ປຶກສາຫາລືແນວທາງໃນການຮ່ວມມືກັນພັດທະນາຮູບແບບ ການຮ່ວມມືປະສານງານໃນຕໍ່ໜ້າ, ພ້ອມທັງນໍາສະເໜີ ແນວທາງການສົ່ງເສີມການລົງທຶນ ທີ່ເປັນລະບົບ ເພື່ອໃຫ້ ສປປ ລາວ ສາມາດສະແດງສັກຍະພາບ ແລະ ດຶງດູດການລົງທຶນຈາກ ຣາຊະອານາຈັກອັງກິດ ແລະ ເອີລົບ ໄດ້ຢ່າງກວ້າງຂວາງ ແລະ ມີປະສິດທິພາບຫຼາຍຂຶ້ນ