ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2026, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດ, ອອກແບບ ແລະ ພັດທະນາໂຄງການກໍ່ສ້າງທາງດ່ວນວຽງຈັນ-ບໍ່ເຕັນ ຊ່ວງທີ 2 ແຕ່ ເມືອງວັງວຽງ ແຂວງວຽງຈັນ ຫາ ແຂວງຫຼວງພະບາງ ແລະ ຊ່ວງທີ 3 ແຕ່ ແຂວງຫຼວງພະບາງ ຫາ ແຂວງອຸົມໄຊ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ກຸ່ມອຸດສາຫະກຳ ປັງຢິ່ງ ແຂວງຫູນານ ຈຳກັດ (ສປ ຈີນ) ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕ້າ.

ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວ ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍ ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ແລະ ຕາງໜ້າຝ່າຍເອກະຊົນໂດຍ ທ່ານ Xia Hongchao ປະທານ ບໍລິສັດ ກຸ່ມອຸດສາຫະກຳ ປັງຢິ່ງ ແຂວງຫູນານ ຈຳກັດ.

ພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມໂດຍທ່ານ ເດດສົງຄາມ ທຳມະວົງ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ປອ. ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫ້ວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ບັນດາການນຳຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ອົງການປົກຄອງແຂວງ ວຽງຈັນ, ຫຼວງພະບາງ ແລະ ອຸດົມໄຊ ແລະ ພາກສ່ວນທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ບໍລິສັດ ກຸ່ມອຸດສາຫະກຳປັງຢິ້ງ ແຂວງຫູໜານ ຈຳກັດ (Hunan Bangying Industrial Group Co.,Ltd.) ເປັນກຸ່ມບໍລິສັດຂະໜາດໃຫຍ່ ຂອງແຂວງຫູໜານ ກໍຄື ສປ ຈີນ, ມີສຳນັກງານໃຫ່ຍ ຕັ້ງຢູ່ ເມືອງຊາງຊາ, ແຂວງຫູນານ, ສປ ຈີນ, ໄດ້ດຳເນີນກິດຈະການຫຼາຍດ້ານ ເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງ, ດ້ານພະລັງງານ ແລະ ບໍ່ແຮ່, ການຫຼອມໂລຫະ, ການຜະລິດອຸປະກອນກົນຈັກໜັກ, ການກໍ່ສ້າງໂຄງການພະລັງງານໃໝ່ ແລະ ກິດຈະການອື່ນໆ. ໂດຍສະເພາະມີປະສົບການ ໃນໂຄງການກໍ່ສ້າງທາງດ່ວນ, ທາງລົດໄຟ ແລະ ການພັດທະນາພື້ນຖານໂຄງລ່າງອື່ນໆ.


