ທ່ານ ນາຍົກລັດຖະມົນຕີ ຕີລາຄາສູງຕໍ່ບົດບາດຂອງການລົງທຶນພາກເອກະຊົນ ແລະ ຊີ້ນຳໃຫ້ມີ ການປັງປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ມີການຫັນປ່ຽນໃຫມ່

by | Aug 13, 2026 | ຂ່າວສານ & ກິດຈະກຳ

ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I ໄລຍະ ວັນທີ 11-12 ສິງຫາ 2026. ກອງປະຊຸມໃນມື້ທີ່ 2 ໄດ້ຮັບກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ຊື່ງມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 392 ທ່ານ, ພາກລັດຂັ້ນສູນກາງ 120 ທ່ານ, ພາກລັດຂັ້ນທ້ອງຖີ່ນ 32 ທ່ານ ແລະ ພາກເອກະຊົນ 120 ທ່ານ.

ທ່ານ ນາຍົກລັດຖະມົນຕີ ໄດ້ເຫັນດີຕໍ່ກັບຜົນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ ເຊິ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງການລົງທຶນພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນການເປັນແຫຼ່ງທຶນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ເຮັດໃຫ້ພວກເຮົາ ສາມາດຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ແກ້ໄຂ ບັນຫາລວມຂອງຊາດ ໄດ້ເປັນກ້າວໆມາ. ທ່ານ ນາຍົກລັດຖະມົນຕີ ຊີ້ນຳ ແລະ ເນັ້ນໜັກບາງບັນຫາໃຫ້ຂະແໜງສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ສືບຕໍ່ເອົາໃຈໃສ່ວຽກງານ ທີ່ສໍາຄັນຈຳນວນໜຶ່ງ ດັ່ງນີ້:

  1. ຄາດໝາຍໃຫຍ່ຂອງໂຄງການການເມືອງ ຮອດປີ 2055, ເມື່ອພັກປະຊາຊົນປະຕິວັດ ລາວ ມີອາຍຸຄົບຮອບ 100 ປີ ແມ່ນໃຫ້ປະເທດເຮົາກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບ ປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍ ຮັບສູງ; ສະເພາະໃນໄລຍະ 2026-2030 ຕ້ອງເອົາໃຈໃສ່7 ທິດທາງລວມປະກອບມີ: (1) ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃຫ້ເປັນ ຮູບປະ ທໍາຫຼາຍຂຶ້ນ; (2) ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ; (3) ຍົກສູງຄຸນນະພາບ ຊີວິດຂອງປະຊາຊົນ ໃຫ້ດີຂຶ້ນ, ພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ; (4) ພັດທະນາເສດຖະ ກິດສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢ່າງສົມສ່ວນ; (5) ເຄື່ອນໄຫວວຽກງານການຕ່າງປະເທດຢ່າງ ເປັນເຈົ້າການ; (6) ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຕາມທິດສ້າງລັດທີ່ປົກຄອງ ດ້ວຍກົດໝາຍ ແລະ (7) ຮັບປະກັນສະຖຽນ ລະພາບການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມ ສາມັກຄີເປັນປຶກແຜ່ນ ແລະ ປັບປຸງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂວງ ແລະ ໜັກແໜ້ນ.
  2. ພ້ອມກັນຜັນຂະຫຍາຍທິດໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ 3 ບູລິດມະສິດ: (1) ແກ້ໄຂການຂາດແຄນແຮງງານ ແລະ ສ້າງໃຫ້ແຮງງານມີທັກສະ, ມີສີມື, ວິຊາຊີບ ແລະ ມີຄວາມເຂັ້ມງວດ ມີລະ ບຽບວິໄນ; (2) ປັບປຸງລະບຽບການ, ຂັ້ນຕອນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ຫັນປ່ຽນຈາກນັກລົງທຶນ ໄປ ຫາລັດຫຼາຍບ່ອນ ເປັນໃຫ້ລັດບໍລິການ ແລະ ຈັດການ ລົງທຶນປະຕູດຽວ (ບໍລິການລົງທຶນປະຕູດຽວ), ຍົກລະດັບ ກົນໄກພົວພັນປະສານງານ ຂອງລັດ ດ້ວຍຫັນໄປສູ່ລະບົບເຊື່ອມຖານຂໍ້ມູນແບບດີຈິຕອນ; ມີຄາດໝາຍກຳນົດເວ ລາຊັນເຈນ, ລະບົບເອກະສານ ແລະ ຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ; ແລະ (3) ປັບປຸງລະບຽບການ ແລະ ມາດຕະການ ທີ່ບໍ່ແມ່ນພາສີຕໍ່ສິນຄ້ານໍາເຂົ້າ ແລະ ໂຄງລ່າງພື້ນຖານ, ການບໍລິການ ຂອງລັດ ເພື່ອຄວາມສາມາດແຂ່ງຂັນ ໃນດ້ານໂລຈິສະຕິກ ແລະ ການເຊື່ອມໂຍງ ລະຫວ່າງ FDI ກັບ ບໍລິສັດພາຍໃນ ຢູ່ບັນດາເຂດເສດຖະກິດພິເສດ, ນິຄົມອຸດສາຫະກຳ ແລະ ທ່າບົກຕ່າງໆ.
  3. ເອົາໃຈໃສ່ 7 ວຽກຈຸດສຸມປິ່ນອ້ອມ ເປັນຕົ້ນ (1) ຮັບປະກັນການສະໜອງສິນເຊື່ອ ເພື່ອສ້າງໃຫ້ມີທຶນໝູນວຽນ ໃນເສດຖະກິດ; (2) ຮັບປະກັນສະຖຽນລະພາບດ້ານການເງິນເງິນຕາ; (3) ປັບປຸງຍົກລະດັບການບໍລິຫານປະຕູດຽວແຫ່ງຊາດ (NSW) ໃນການອໍານວຍຄວາມສະດວກຕໍ່ປະຊາຊົນ, ໃນການເກັບລາຍຮັບ ແລະ ໃນການລົງທຶນ;
    (4) ພັດທະນາລະບົບຖານຂໍ້ມູນທີ່ດິນແບບດີຈິຕອນ; (5) ຫັນເປັນທັນສະໄໝເພື່ອສ້າງຄວາມສະດວກໃນການຈົດທະບຽນ,ລະບົບພາສີດີຈິຕອນ; (6) ສ້າງຖານຂໍ້ມູນຜູ້ສະໜອງພາຍໃນປະເທດ, ຈັດແຜນງານພັດທະນາຜູ້ສະໜອງ ແລະ ກົນໄກຈັບຄູທຸລະກິດ ລະຫວ່າງ ນັກລົງທຶນຕ່າງປະເທດ (FDI) ກັບ ນັກລົງທຶນພາຍໃນ (MSME); ແລະ (7) ສ້າງ ແລະ ຍົກລະດັບກົນໄກຕິດຕາມ, ກວດກາ, ຊ່ວຍເຫຼືອນັກລົງທຶນ ພາຍຫຼັງອະນຸມັດ ໂຄງການແລ້ວ (Investor Aftercare).

ກົດຮູບພາບເພື່ອຂະຫຍາຍ: