ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສ່ົງເສີມ ເເລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ຕ້ອນຮັບ ທ່ານ ນາງ Dagmar Zwebe, ຫົວໜ້າອົງການ Global Green Growth Institute (GGGI) ປະຈຳ ສປປ ລາວ ພ້ອມຄະນະ

by | Jun 4, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 03 ມິຖຸນາ 2026, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Dagmar Zwebe, ຫົວໜ້າອົງການ Global Green Growth Institute (GGGI) ປະຈຳ ສປປ ລາວ ພ້ອມຄະນະ ເພື່ອປຶກສາຫາລືແນວທາງສົ່ງເສີມການຮ່ວມມືດ້ານການລົງທຶນສີຂຽວ ແລະ ການພັດທະນາແບບຍືນຍົງໃນ ສປປ ລາວ.

ທັງສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບໂອກາດການຮ່ວມມືໃນຂົງເຂດການເງິນສີຂຽວ, ພະລັງງານທົດແທນ, ກະສິກຳຍືນຍົງ, ໂຄງສ້າງພື້ນຖານທີ່ທົນທານຕໍ່ການປ່ຽນແປງສະພາບອາກາດ ແລະ ການພັດທະນາໂຄງການທີ່ມີຄວາມພ້ອມສຳລັບການລົງທຶນ ສອດຄ່ອງກັບ ກົດໝາຍສົ່ງເສີມການລົງທຶນ ສະບັບປີ 2024 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030).

ໃນໂອກາດດັ່ງກ່າວ, ຄລທ ໄດ້ນຳສະເໜີບຸລິມະສິດການເຮັດວຽກໃນການປັບປຸງສະພາບແວດລ້ອມການລົງທຶນ, ຍົກລະດັບການບໍລິການແບບຈຸດດຽວ, ພ້ອມທັງສົ່ງເສີມການລົງທຶນທີ່ມີຄຸນນະພາບ ແລະ ຍືນຍົງ. ນອກນັ້ນ, ຍັງໄດ້ປຶກສາຫາລືເຖິງແນວທາງນຳໃຊ້ຈຸດແຂງ ແລະ ປະສົບການຂອງ GGGI ໃນດ້ານການເງິນສີຂຽວ ເພື່ອດຶງດູດການລົງທຶນເຂົ້າສູ່ຂະແໜງການບຸລິມະສິດຂອງ ສປປ ລາວ.

ທັງສອງຝ່າຍໄດ້ສະແດງຄວາມເຫັນພ້ອມໃນການສືບຕໍ່ເສີມສ້າງການຮ່ວມມື ແລະ ຊອກຫາໂອກາດໃໝ່ໆ ເພື່ອສົ່ງເສີມການລົງທຶນສີຂຽວ, ສະໜັບສະໜູນການພັດທະນາແບບຍືນຍົງ ແລະ ປະກອບສ່ວນບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ ໃນໄລຍະຍາວ.