ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ນະຄອນພະນົມເປັນ ປະເທດ ກຳປູເຈຍ ໃນລະຫວ່າງ ວັນທີ 21-25 ກັນຍາ 2026

by | Sep 28, 2026 | ຂ່າວສານ & ກິດຈະກຳ

ໃນລະຫວ່າງວັນທີ 21–25 ກັນຍາ 2026, ຄະນະຜູ້ແທນ ນຳໂດຍ ທ່ານ ປອ. ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເດີນທາງໄປຢ້ຽມຢາມ ແລະ ສຶກສາແລກປ່ຽນ ໃນຫົວຂໍ້ ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດ ກຳປູເຈຍ.

ຄະນະ ໄດ້ເຂົ້າພົບ ແລະ ເຮັດວຽກຢ່າງເປັນທາງການກັບສະພາ ເພື່ອການພັດທະນາແຫ່ງປະເທດກຳປູເຈຍ (The Council for the Development of Cambodia: CDC) ເຊິ່ງ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຢຸນ ເຮັງ (H.E. Yun Heng), ຮອງເລຂາທິການ ຄະນະກຳມະການສົ່ງເສີມການລົງທຶນ ແຫ່ງ ກໍາປູເຈຍ. ການພົບປະຄັ້ງນີ້ ໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບນະໂຍບາຍ, ກົນໄກ ແລະ ມາດຕະການສົ່ງເສີມ ລວມເຖິງການອຳນວຍຄວາມສະດວກແກ່ນັກລົງທຶນ, ໂດຍເນັ້ນໜັກໃສ່ການພັດທະນາອຸດສາຫະກຳຜະລິດ ແລະ ປະກອບລົດຍົນ, ການຜະລິດຊິ້ນສ່ວນ, ການພັດທະນາຕ່ອງໂສ້ສະໜອງ ແລະ ການເຊື່ອມໂຍງກັບຖານການຜະລິດໃນພາກພື້ນ, ການສ້າງມູນຄ່າເພີ່ມ, ການສົ່ງເສີມການນຳໃຊ້ວັດຖຸດິບ ແລະ ຊິ້ນສ່ວນພາຍໃນປະເທດ (local content) ຕະຫຼອດເຖິງການພັດທະນາຖານຜູ້ສະໜອງພາຍໃນ ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳປະກອບລົດຍົນ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ແລກປ່ຽນກ່ຽວກັບນະໂຍບາຍ ແລະ ກົນໄກສົ່ງເສີມການລົງທຶນ, ຂັ້ນຕອນການຂໍຂຶ້ນທະບຽນໂຄງການລົງທຶນທີ່ມີຄຸນສົມບັດຄົບຖ້ວນ (Qualified Investment Project: QIP), ສິດປະໂຫຍດດ້ານພາສີ ແລະ ອາກອນ ລວມເຖິງມາດຕະການຈູງໃຈການລົງທຶນໃນຂະແໜງອຸດສາຫະກຳທີ່ມີທ່າແຮງ.

ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ແລະ ເຮັດວຽກກັບບັນດາພາກສ່ວນກ່ຽວຂ້ອງ ທີມີບົດບາດໃນການສົ່ງເສີມໃຫ້ແກ່ການພັດທະນາອຸຸດສາຫະກຳປະກອບລົດຍົນຢູ່ ກໍາປູເຈຍ ເປັນຕົ້ນ ກອງທຶນພັດທະນາສີມືແຮງງານ (Skills Development Fund: SDF); ສະຖາບັນມາດຕະຖານ ຂອງ ກະຊວງອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ແລະ ສູນຝຶກອົບຮົມດ້ານນະວັດຕະກຳຍານຍົນແຫ່ງຊາດກຳປູເຈຍ.

ນອກຈາກການພົບປະກັບໜ່ວຍງານພາກລັດ ແລະ ສະຖາບັນຕ່າງໆແລ້ວ, ຄະນະຜູ້ແທນຍັງໄດ້ລົງຢ້ຽມຢາມໂຮງງານປະກອບລົດຍົນຂອງບໍລິສັດ Automotive Manufacturing ຂອງກຳປູເຈຍ ທີ່ແຂວງພູຊັດ ເຊິ່ງປະກອບລົດຍົນຍີ່ຫໍ້ Ford ເພື່ອໄດ້ຮຽນຮູ້ກ່ຽວກັບ ຂະບວນການຜະລິດ-ປະກອບລົດຕົວຈິງ ແລະ ໄດ້ຮັບຮູ້ບົດຮຽນດ້ານການຈັດຕັ້ງສາຍການຜະລິດ, ການຄວບຄຸມຄຸນນະພາບ ແລະ ການນຳໃຊ້ຊິ້ນສ່ວນໃນຂະບວນການປະກອບ.

ຄລິກເພື່ອຂະຫຍາຍ: