ໃນວັນທີ 16 ຕຸລາ 2026, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ໄດ້ໃຫ້ການຕ້ອນຮັບ ທ່ານ Fang Qiuchen, ປະທານສະມາຄົມຜູ້ຮັບເໝົາກໍ່ສ້າງສາກົນຈີນ (CHINCA) ພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ການພົບປະຄັ້ງນີ້ ເພື່ອແລກປ່ຽນຂໍ້ມູນ ແລະ ປຶກສາຫາລືແນວທາງຂະຫຍາຍການຮ່ວມມືດ້ານພື້ນຖານໂຄງລ່າງ ລະຫວ່າງ ລາວ–ຈີນ ພ້ອມທັງຊອກຫາໂອກາດສົ່ງເສີມການລົງທຶນ ແລະ ເຊື່ອມໂຍງການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ.
ຄະນະຜູ້ແທນ CHINCA ປະກອບມີຜູ້ບໍລິຫານຂອງສະມາຄົມ ແລະ ຜູ້ຊ່ຽວຊານດ້ານການບໍລິຫານໂຄງການຈາກມະຫາວິທະຍາໄລຂອງ ສປ ຈີນ. ການຢ້ຽມຢາມດັ່ງກ່າວ ເປັນໂອກາດໃນການແລກປ່ຽນປະສົບການ ແລະ ຄວາມຮູ້ດ້ານການພັດທະນາ ແລະ ບໍລິຫານໂຄງການພື້ນຖານໂຄງລ່າງ.
ສະມາຄົມ CHINCA ສ້າງຕັ້ງຂຶ້ນໃນປີ 1988 ເປັນອົງການທີ່ສົ່ງເສີມການຮ່ວມມືດ້ານການຮັບເໝົາກໍ່ສ້າງສາກົນຂອງຈີນ ໂດຍມີເຄືອຂ່າຍສະມາຊິກຈຳນວນ 1500 ບໍລິສັດທີ່ດຳເນີນທຸລະກິດໃນຫຼາຍກວ່າ 180 ປະເທດທົ່ວໂລກ.

