ສປປ ລາວ ດຶງດູດການລົງທຶນຈາກມາເລເຊຍ ໃນຂະແໜງປັນຍາປະດິດ (AI), ອຸດສາຫະກໍາປຸງແຕ່ງ ແລະ ໂລຈີສຕິກ

by | Nov 24, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 23 ພະຈິກ 2026, ກອງປະຊຸມທຸລະກິດລາວ-ມາເລເຊຍ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ກົວລາລຳເປີ, ປະເທດມາເລເຊຍ ໂດຍມີ ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ, ຜູ້ແທນພາກລັດ ແລະ ນັກທຸລະກິດຈາກສອງປະເທດເຂົ້າຮ່ວມຈຳນວນ 130 ທ່ານ. ກອງປະຊຸມດັ່ງກ່າວຈັດໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະພາການຄ້າມາເລເຊຍປະຈຳ ສປປ ລາວ ແລະ ບໍລີສັດ Muhibbag Engineering (M) Berhad ໂດຍມີການປະກອບສ່ວນ ຈາກກະຊວງ ການຕ່າງປະເທດ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ສະຖານທູດລາວ ປະຈໍາປະເທດ ມາເລເຊຍ.

ໃນບົດຄໍາເຫັນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ເນັ້ນໃຫ້ເຫັນເຖິງທ່າແຮງ ແລະ ໂອກາດການຮ່ວມມືທາງເສດຖະກິດລະຫວ່າງສອງປະເທດ, ໂດຍໃນປີ 2025 ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນເກືອບ 29% ຄິດເປັນປະມານ 56 ລ້ານໂດລາສະຫະລັດ, ແລະ ມູນຄ່າການລົງທຶນລວມຂອງມາເລເຊຍໃນ ສປປ ລາວ ມີປະມານ 946 ລ້ານໂດລາສະຫະລັດ ຈັດເປັນອັນດັບທີ 4 ຂອງການລົງທຶນຕ່າງປະເທດ. ພ້ອມນີ້ ຍັງໄດ້ເນັ້ນໃຫ້ເຫັນ ວິໄສທັດຂອງ ສປປ ລາວ ໃນການກ້າວສູ່ການເປັນປະເທດເຊື່ອມໂຍງທາງບົກຂອງພາກພື້ນ ພາຍໃຕ້ແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026–2030), ພ້ອມທັງສືບຕໍ່ປັບປຸງຂັ້ນຕອນ, ເພີ່ມຄວາມໂປ່ງໃສ ແລະ ອຳນວຍຄວາມສະດວກໃນການລົງທຶນ. ຂະແໜງການທີ່ມີທ່າແຮງສູງປະກອບມີ ການພັດທະນາເຂດເສດຖະກິດພິເສດ ແລະ ອຸດສາຫະກຳ, ເຕັກໂນໂລຊີປັນຍາປະດິດ (AI) ແລະ ສູນຂໍ້ມູນ, ອຸດສາຫະກຳການຜະລິດ ແລະ ອຸດສາຫະກຳສະໜັບສະໜູນ, ລວມທັງການຂົນສົ່ງ, ໂລຈິສຕິກ ແລະ ການເຊື່ອມໂຍງຕ່ອງໂສ້ສະໜອງຂອງພາກພື້ນ.

ພາຍໃນງານ ທ່ານ ປອ. ນ. ສຸພາພອນ ໄຊຍະເລີດ, ຮອງຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ໄດ້ນຳສະເໜີພາບລວມກ່ຽວກັບນະໂຍບາຍ, ທ່າແຮງ ແລະ ໂອກາດການລົງທຶນໃນ ສປປ ລາວ. ນອກນັ້ນ, ໃນກອງປະຊຸມໄດ້ຮັບຟັງການນໍາສະເໜີຈາກພາກເອກະຊົນລາວ ແລະ ມາເລເຊຍອີກ 7 ຫົວຂໍ້ ຕິດພັນໂດຍກົງກັບໂອກາດການລົງທຶນໃນຂະແໜງ AI ແລະ ສູນຂໍ້ມູນຂ່າວສານ, ການພັດທະນາໂຄງລ່າງພື້ນຖານດິຈິຕອນ, ເຂດເສດຖະກິດພິເສດ ສະຫວັນ–ເຊໂນ ແລະ ການພັດທະນາທ່າບົກ ແລະ ໂລຈິສຕິກ. ເວທີດັ່ງກ່າວຖືເປັນໂອກາດສຳຄັນໃນການເສີມສ້າງຄວາມເຂົ້າໃຈ, ຂະຫຍາຍເຄືອຂ່າຍທຸລະກິດ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ເຕີບໃຫຍ່ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ຄລິກເພື່ອຂະຫຍາຍ: