ທ່ານ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສ.ເກົາຫຼີ ເພື່ອຊຸກຍູ້ສົ່ງເສີມການລົງທຶນ ແລະ ການພັດທະນາ SMEs

by | Oct 20, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 19 ຕຸລາ 2026, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ.ເກົາຫຼີ ນຳໂດຍ ທ່ານ ຊອຍ ຊຶງແຈ (CHOI SEUNGJAE), ຮອງລັດຖະມົນຕີ ກະຊວງ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ທຸລະກິດສະຕາດອັບ (startup) ແຫ່ງ ສ.ເກົາຫຼີ, ໃນໂອກາດທີ່ຄະນະເດີນທາງເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ເເລະ ທຸລະກິດ ລາວ–ເກົາຫຼີ ຄັ້ງທີ 2 ເຊິ່ງຈັດຂຶ້ນໂດຍ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ແລະ ສະມາຄົມແລກປ່ຽນວັດທະນະທໍາ ແລະ ອຸດສາຫະກໍາ (KLICEA).

ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະ ທີ່ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນເຖິງຄວາມສຳຄັນຂອງການຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພ້ອມທັງ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນບົດຮຽນດ້ານການບໍລິຫານທຸລະກິດ, ການຝຶກອົບຮົມ ແລະ ຍົກລະດັບທັກສະແຮງງານ ແລະ ການນຳໃຊ້ເຕັກໂນໂລຊີຂັ້ນສູງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ການຮ່ວມມືດັ່ງກ່າວ ຈະຊ່ວຍສົ່ງເສີມການເຊື່ອມໂຍງ ແລະ ສ້າງໂອກາດຮ່ວມມືໃຫ້ແກ່ພາກທຸລະກິດຂອງສອງປະເທດ.

ເພື່ອຊຸກຍູ້ໃຫ້ຜົນການພົບປະໄດ້ຮັບການຈັດຕັ້ງປະຕິບັດ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນຈຸດປະສານງານກັບບັນດາພາກສ່ວນກ່ຽວຂ້ອງ ໃນການສະໜອງຂໍ້ມູນ, ແນະນຳຂັ້ນຕອນ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນກອງປະຊຸມໃຫ້ເປັນຮູບປະທຳ.

ໃນໂອກາດດຽວກັນ, ທ່ານ ຊອຍ ຊຶງແຈ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນຄວາມໝາຍໝັ້ນທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານໄດ້ສະແດງຄວາມຫວັງວ່າ ກອງປະຊຸມສົ່ງເສີມການລົງທຶນ ເເລະ ທຸລະກິດ ລາວ–ເກົາຫຼີ ຄັ້ງທີ 2 ຈະເປັນເວທີໃຫ້ພາກທຸລະກິດຂອງສອງຝ່າຍໄດ້ພົບປະ, ແລກປ່ຽນຂໍ້ມູນ, ສ້າງເຄືອຂ່າຍ ແລະ ຄວາມໄວ້ເນື້ອເຊື່ອໃຈ ເພື່ອພັດທະນາໄປສູ່ການຮ່ວມມືທີ່ນຳມາເຊິ່ງຜົນປະໂຫຍດຕົວຈິງແກ່ປະຊາຊົນຂອງສອງຊາດ.

ຄລິກເພື່ອຂະຫຍາຍ: