ລັດຖະບານ ສປປ ລາວ ກະກຽມຄວາມພ້ອມ ຮ່ວມກັບ ສປ ຈີນ ຍົກລະດັບການພັດທະນາ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ, ດຶງດູດການລົງທຶນ

by | Sep 29, 2026 | ຂ່າວສານ & ກິດຈະກຳ

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026 ທີ່ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ, ປະທານ ຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກ ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຝ່າຍລະບົບທາງໄກ.

ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອການຜັນຂະຫຍາຍຂໍ້ຕົກລົງ ຂອງທ່ານ ຮອງນາຍົກ ລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ປະທານ ຄລທ ວ່າດ້ວຍການແຕ່ງຕັ້ງຄະນະປະສານງານຮ່ວມ, ຄະນະກໍາມະການດໍາເນີນງານຮ່ວມ ແລະ ກອງເລຂາຊ່ວຍວຽກ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ສະບັບເລກທີ 044/ຄລທ, ລົງວັນທີ 07 ກັນຍາ 2026. ຊຶ່ງໄດ້ປັບປຸງຄືນ ຄະນະພາຍຫຼັງທີ່ໄດ້ປັບປຸງກົງຈັກ. ກອງປະຊຸມຄະນະກໍາມະການປະສານງານຮ່ວມໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ເພື່ອທົບທວນຄືນ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ອນຈະກ່າວໄປສູ່ການປຶກສາຫາລືຮ່ວມກັບຝ່າຍຈີນ ຢູ່ເຂດບໍ່ຫານ ຂອງ ສປ ຈີນ.

ນັບແຕ່ ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ເຊັນລົງນາມໃນ “ຂອບແຜນຮ່ວມມື ຮ່ວມກັນໃນວັນທີ 31 ສິງຫາ 2015”, ແຕ່ລະຝ່າຍໄດ້ ສ້າງກົນໄກການປະສານງານລະດັບຕ່າງໆ, ຄະນະກໍາມະການປະຕິບັດງານຝ່າຍລາວ ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂອງຕົນ ຊຶ່ງປະກອບດ້ວຍບຸກຄະລາກອນຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ກ່ຽວກັບການສ້າງເຂດຮ່ວມມື ໃຫ້ເກີດດອກອອກຜົນ ລວມທັງການປະຊຸມປຶກສາຫາລືກັບ ຝ່າຍຈີນ ຢ່າງເປັນປົກກະຕິ ເພື່ອພ້ອມກັນຊຸກຍູ້ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ໃຫ້ໄດ້ຮັບການພັດທະນາ.

ໃນວັນທີ 12 ຕຸລາ 2024 ລັດຖະບານສອງຝ່າຍ ໄດ້ຕົກລົງເຊັນສັນຍາ ຂອບແຜນຮ່ວມໃນການສ້າງ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ (ສະບັບດັດແກ້) ແລະ ໄດ້ປັບປຸງບາງມາດຕາ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ໃນປັດຈຸບັນ,ໃນນັ້ນໄດ້ປັບປຸງເນື້ອທີ່ລວມ ທັງໝົດຈາກເດີມ 2,123 ເຮັກຕາ ມາເປັນ 2,423 ເຮັກຕາ, ໃນນີ້ຝ່າຍລາວຖືເອົາເນື້ອທີ່ ຂສພ ບໍ່ເຕ່ນແດນງາມ 1,640 ເຮັກຕາ ກຳນົດເປັນເຂດຮ່ວມມືເບື້ອງລາວ, ສ່ວນຝ່າຍຈີນ ແມ່ນກໍານົດເອົາ ເຂດບໍ່ຫານ ຈາກເນື້ອທີ່ 483 ເຮັກຕາ ເພີ່ມຂຶ້ນເປັນ 783 ເຮັກຕາ (ປັບປຸງໃໝ່), ສອງຝ່າຍໄດ້ເຫັນດີຕົກລົງ ສ້າງກົນໄກການເຮັດວຽກໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງເຂດຮ່ວມມື 3 ຂັ້ນ ດັ່ງລຸ່ມນີ້:

  1. ຄະນະກຳມະການປະສານງານຮ່ວມເຂດຮ່ວມມື ປະທານ: ໂດຍແມ່ນລະດັບຂັ້ນ ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ຝ່າຍຈີນ ແມ່ນ ຂັ້ນທຽບເທົ່າຮອງລັດຖະມົນຕີກະຊວງການຄ້າ ສປ ຈີນ. ແລະ ມີຄະນະຈາກພາກສ່ວນກ່ຽວຂ້ອງຂອງ ກະຊວງ ແລະ ແຂວງ ທັງສອງຝ່າຍ.
  2. ຄະນະກຳມະການດໍາເນີນງານຮ່ວມເຂດຮ່ວມມື ຫົວໜ້າຄະນະຝ່າຍລາວ: ໂດຍແມ່ນ ຫົວໜ້າຫ້ອງການ ຄລທ ເປັນຫົວໜ້າດຳເນີນງານຮ່ວມ ທີ່ປະກອບດ້ວຍກະຊວງກ່ຽວຂ້ອງ ແລະ ແຂວງຫຼວງນໍ້າທາ, ສ່ວນຝ່າຍຈີນ ແມ່ນ ອົງການປົກຄອງແຂວງຢຸນນານ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຢຸນນານ ເປັນຄະນະ.
  3. ຄະນະກໍາມະການຄຸ້ມຄອງຮ່ວມເຂດຮ່ວມມື ສອງຝ່າຍສ້າງຕັ້ງຄະນະກຳມະການຄຸ້ມຄອງຕ່າງຫາກຂອງໃຜລາວຢູ່ໃນເຂດຮ່ວມມື ໂດຍຝ່າຍຈີນແມ່ນ ຄະນະກໍາມະການຄຸ້ມຄອງເຂດຮ່ວມມື ຈີນ-ລາວ, ຝ່າຍລາວແມ່ນ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຫຼວງນໍ້າທາ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຜິດຊອບການຄຸ້ມຄອງ ແລະ ດຳເນີນບໍລິຫານວຽກງານປະຈໍາວັນ ແລະ ລາຍງານຕໍ່ຄະນະກໍາມະການດໍາເນີນງານຮ່ວມ ຢ່າງເປັນປົກກະຕິ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຂດຮ່ວມມືຂອງພວກເຮົາ ມີຄວາມຄືບໜ້າໃນການພັດທະນາໃນຫຼາຍດ້ານ ໂດຍສະເພາະແມ່ນໂຄງລາງພຶ້ນຖານ ເບື້ອງລາວ ຊຶ່ງແມ່ນເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ (ຂສບ) ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ສະແດງອອກ ໃນນື້ອທີ່ສໍາປະທານ 1,640 ເຮັກຕາ, ໄດ້ມີຄວາມຄືບໜ້າໃນການພັດທະນາໂຄງລ່າງພື້ນຖານ ເພື່ອຮອງຮັບການລົງທຶນ ໃນຂະແໜງການຄ້າ, ການບໍລິການ ແລະ ການທ່ອງທ່ຽວ; ມາຮອດປະຈຸບັນ ໄດ້ມີທັງໝົດ: 936 ຫົວໜ່ວຍ ດໍາເນີນກິດຈະການ, ໃນນີ້ປະກອບມີ: 288 ບໍລິສັດ ໃນນີ້ ພາຍໃນ 30 ຫົວໜ່ວຍ, ໂດຍມີທຶນຈົດທະບຽນ 2,307,190,000 ຢວນ ແລະ 976,738,560,600 ກີບ; ສ່ວນບັນດາຫ້າງຮ້ານ 648 ຫົວໜ່ວຍ, ພາຍໃນ 158 ຫົວໜ່ວຍ, ໂດຍມີທຶນຈົດທະບຽນ 3,190,497,200 ຢວນ ແລະ 303,947,800,000 ກີບ (ນັບແຕ່ສ້າງຕັ້ງຮອດ 7/2026) ນັບແຕ່ປີ 2017 ຫາ 10/9/2026 ສາມາດຈັດເກັບພັນທະອາກອນເຂົ້າງົບປະມານລັດ ທັງໝົດ: 55,675,150,194 ກີບ.

ສະເພາະໃນປີ 2026 ນີ້ ຄະນະກໍາມະການຄຸ້ມຄອງຮ່ວມເຂດຮ່ວມມືສອງຝ່າຍ ໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສໍາເລັດໄວ ເພື່ອຈັດຕັ້ງຜັນຂະຫຍາຍວຽກງານເຂດຮ່ວມມືໃນການອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການເຂົ້າອອກຂອງພົນລະເມືອງ ລວມທັງສິນຄ້າ ໃຫ້ມີຄວາມສະດວກ ວອງໄວ ສາມາດຕິດຕາມກວດກາຮ່ວມກັນໄດ້ ແລະ ມີການພັດທະນາຢ່າງຕັ້ງໜ້າຕາມທີ່ໄດ້ກໍານົດໄວໃນຂອບແຜນຮ່ວມມື ໃນການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ.

ຄລິກເພື່ອຂະຫຍາຍ: