ງານເທດສະການຄຳລາວ 2026

by | Sep 8, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 4 ກັນຍາ 2026, ທ່ານ ປອ.ວັນທະນາ ນໍລິນທາ, ກໍາມະການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເຂົ້າຮ່ວມແລກປ່ຽນໃນເວທີສົນທະນາ ໃນຫົວຂໍ້ “ພາບລວມເສດຖະກິດ ແລະ ອຸດສາຫະກໍາຄໍາໃນ ສປປ ລາວ” ໂດຍມີຊ່ຽວຊານນັກເສດຖະສາດເຂົ້າຮ່ວມສົນທະນາ ຄື: ປອ ພັນປະກິດ ອ່ອນພັນດາລາ, ຜູ້ອຳນວຍການຝ່າຍຍຸດທະສາດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ທ່ານ ນາງ ລັດດາວັນ ຊົງວິໄລ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ພ້ອມທັງຜູ້ເຂົ້າຮ່ວມງານຈາກທະນາຄານຄໍາອັງກິດ, ສິງກະໂປ, ໄທ, Central Banks, and Public Policy Lead (Singapore), World Gold Council (WGC) ແລະ ອື່ນໆ.

ຈາກການສົນທະນາຄັ້ງນີ້ ໄດ້ເຮັດໃຫ້ເຫັນເຖິງທິດທາງການລົງທຶນພາກເອກະຊົນຈະສືບຕໍ່ມີບົດບາດສໍາຄັນທີ່ສຸດ ໃນການຂັບເຄື່ອນເສດຖະກິດ ຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ. ໃນນັ້ນ ການສ້າງສະພາບແວດລ້ອມ ຫຼື ລະບົບນິເວດ (Eco-system) ສໍາລັບຂະແໜງອຸດສາຫະກໍາແມ່ນມີຄວາມຈໍາເປັນ ໂດຍສະເພາະແມ່ນນະໂຍບາຍຂອງລັດຖະບານທີ່ເນັ້ນໃສ່ການສ້າງມູນຄ່າເພີ່ມຢູ່ພາຍໃນປະເທດ ບວກໃສ່ຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ ປະກອບກັບການສ້າງຄວາມອາດສາມາດ ໃນການປຸງແຕ່ງຜະລິດຕະພັນສຸດທ້າຍຢູ່ພາຍໃນ.

ທັງໝົດນີ້ຈະສ້າງເງື່ອນໄຂສໍາຄັນໃຫ້ອຸດສາຫະກໍາໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເສດຖະກິດຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ. ຖ້າມີການພັດທະນາຢ່າງເປັນລະບົບ ຈະເປັນເຄື່ອງມືສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ເສດຖະກິດ ໂດຍສະເພາະເສີມສ້າງຄວາມເຂັ້ມແຂງໃຫ້ຄ່າເງິນກີບ ແລະ ສາມາດນໍາໄປເຊື່ອມໂຍງກັບຕະຫລາດພາກພື້ນ ແລະ ສາກົນຈະເຮັດໃຫ້ ສາມາດ ໝູນໃຊ້ຊັບພະຍາກອນທີ່ໃນການພັດທະນາເສດຖະກິດໄລຍະຍາວ ຢ່າງເຕັມທີ່. ພ້ອມດຽວກັນນັ້ນ, ໃນດ້ານສັງຄົມກໍ່ຈະການສ້າງຄວາມເຊື່ອໝັ້ນ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນລາວ ຕໍ່ກັບ ອຸດສາຫະກໍາຄໍາ ຂອງປະເທດຊາດເຮົາ ຄຽງຄູ່ກັບການ ເພີ່ມການໃຫ້ຄວາມຮູ້ຜ່ານການສຶກສາໃຫ້ນັກຮຽນຮູ້ປັນຍາຊົນ, ປະຊາຊົນລາວ ມີຄວາມຮູ້ທາງການເງິນ ໂດຍສະເພາະ ຄໍາລາວ ຫລາຍຂຶ້ນ.

ຄລິກເພື່ອຂະຫຍາຍ: