ໂດຍສືບຕໍ່ຈັດຕັ້ງປະຕິບັດ ການຜັນຂະຫຍາຍ ທິດຊີ້ນໍາຂອງການນໍາຂັ້ນສູງ ຂອງ ສອງ ປະເທດ ລາວ ແລະ ຈີນ, ໃນວັນທີ 27 ສິງຫາ 2026 ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກກັບ ຄະນະກໍາມະການປົກຄອງແຂວງ, ຮອງເຈົ້າແຂວງເຈີຈຽງ ສປ ຈີນ ທີ່ນຳໂດຍ ທ່ານ ຊິວ ເວີນກວາງ ທີ່ເດີນທາງມາເຄື່ອນໄຫວ ຊຸກຍູ້ສົ່ງເສີມການລົງທຶນ ລາວ-ຈີນ ເພື່ອຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ, ເຊິ່ງກອງປະຊຸມພົບປະດັ່ງກ່າວໄດ້ຈັດຂຶ້ນ ທີ່ໂຮງແຮມ Amari ນະຄອນຫຼວງວຽງຈັນ, ສປປ ລາວ. ໃນກອງປະຊຸມດັ່ງກ່າວ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ຫ້ອງການປົກຄອງແຂວງເຈີຈຽງ, ສປ.ຈີນ ແລະ ຂະແໜງການກ່ຽວຂ້ອງຂອງ ສອງຝ່າຍ ໄດ້ມີການນະສະເໜີ ສະພາບການພັດທະນາເສດຖະກິດ-ສັງຄົມ, ນະໂຍບາຍສ່ົງເສີມການລົງທຶນ, ຂະແໜງການທ່າແຮງດ້ານການຄ້າ, ການບໍລິການ ແລະ ການລົງທຶນ ຂອງ 2 ປະເທດ ພາຍໃຕ້ ຫົວຂໍ້ “ກອງປະຊຸມຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຈີນ (ເຈີ້ຈຽງ)–ລາວ 2026”, ໂດຍມີ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ແລະ ທ່ານ ຊູ ເຫວີນກວ່າງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງເຈີ້ຈຽງ, ສປ ຈີນ ເປັນປະທານຮ່ວມ, ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານທູດຈີນ, ພາກລັດ, ພາກທຸລະກິດ, ເຂດເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສອງຝ່າຍເຂົ້າຮ່ວມ.
ຈຸດປະສົງສຳຄັນຂອງການພົບປະຄັ້ງນີ້ກໍເພື່ອສືບຕໍ່ຮັດແໜ້ນສາຍພົວພັນດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈຽງ ສປ ຈີນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດການຄ້າທາງອີເລັກໂທນິກ, ກະສິກໍາປຸງເແຕ່ງ, ນະວັດຕະກໍາເຕັກໂນໂລຊີທີ່ທັນສະໄໝ, ການລົງທຶນໃນຂະແໜງອຸດສາຫະກໍາແຮ່ທາດຕາມທິດສີຂຽວ ແລະ ຍືນຍົງ, ເສດຖະກິດດິຈິຕອນ, ພື້ນຖານໂຄງລ່າງ ແລະ ຂົງເຂດອື່ນໆຕາມທ່າແຮງຂອງສອງຝ່າຍ.
ໃນກອງປະຊຸມ, ຝ່າຍເຈີ້ຈຽງໄດ້ນຳສະເໜີສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນຂອງແຂວງເຈີ້ຈຽງ; ສ່ວນຝ່າຍລາວໄດ້ນຳສະເໜີໂອກາດ ແລະ ຂະແໜງການລົງທຶນທີ່ມີທ່າແຮງໃນ ສປປ ລາວ ໂດຍສະເພາະຂົງເຂດເສດຖະກິດພິເສດ, ອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ. ນອກຈາກນັ້ນ, ຍັງມີການແລກປ່ຽນປະສົບການຈາກບັນດາວິສາຫະກິດເຈີ້ຈຽງ, ການແນະນຳເຂດອຸດສາຫະກຳທີ່ມີທ່າແຮງຂອງລາວ ແລະ ທິດທາງການສືບຕໍ່ຮ່ວມມືການຄ້າການລົງທຶນຂອງສອງຝ່າຍ.
ພ້ອມນີ້, ກອງປະຊຸມຍັງເປັນເວທີໃຫ້ບັນດານັກລົງທຶນ ແລະ ວິສາຫະກິດຈາກສອງຝ່າຍໄດ້ພົບປະ, ແລກປ່ຽນຂໍ້ມູນ, ສ້າງເຄືອຂ່າຍ ແລະ ຊອກຫາໂອກາດຮ່ວມມືທາງທຸລະກິດ. ເວທີດັ່ງກ່າວ ເປັນເວທີເພື່ອຫັນທ່າແຮງ ແລະ ເຈດຈຳນົງຮ່ວມມືໃຫ້ເປັນໝາກຜົນທີ່ເປັນຮູບປະທຳ ເປັນກ້າວໆ, ໃນກອງປະຊຸມຄັ້ງນີ້ໄດ້ມີພິທີລົງນາມ ໃນໂຄງການຮ່ວມມືລະຫວ່າງ ເຈີ້ຈຽງ–ລາວ 6 ໂຄງການ ຄື:
- Memorandum of Cooperation between Zhejiang Provincial Investment Promotion Center and the SME Service Center of the Lao National Chamber of Commerce and Industry
- Loan Agreement between Bank of China (Hong Kong) Limited, Vientiane Branch and Vientiane Hongshi Saladi Cement Co., Ltd.
- Agreement on the Joint Establishment and Cooperation of a Joint Laboratory for the Food, Pharmaceutical and Cosmetic Utilization of Specialty Plants
- Overseas Contracted Engineering Construction Project for Vientiane Youth City Apartments
- Production Capacity Investment Project for the Knitted Hosiery Industry
- Procurement Project for Solar Photovoltaic Cells
ກອງປະຊຸມຄັ້ງນີ້ ຄາດວ່າຈະປະກອບສ່ວນສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈຽງ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ເປັນຮູບປະທຳຫຼາຍຂຶ້ນ.

