ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I, ໃນວັນທີ 31 ສິງຫາ 2026, ທີ່ຫ້ອງການ ຄລທ (ຫ້ອງປະຊຸມໃຫຍ່ 408)

by | Sep 2, 2026 | ຂ່າວສານ & ກິດຈະກຳ

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2026 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫຼີມ ໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ໂດຍມີບັນດາສະຫາຍກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງ ຈາກກະຊວງ, ອົງການ ແລະ ມີສະຫາຍເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະຫນ່ວຍພັກ ແລະ ສະມາຊິກພັກຂອງບັນດາໜ່ວຍພັກທີ່ຂື້ນກັບອົງຄະນະພັກ ຄລທ, ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ ທັງສູນກາງ ແລະ ນະຄອນຫຼວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຕໍ່ຈາກນັ້ນ, ສະຫາຍ. ປອ ວັນທະນາ ນໍລິນທາ ຮອງເລຂາຄະນະບໍລິຫານງານພັກ ຄລທ ໄດ້ຂຶ້ນຜ່ານຮ່າງແຜນພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ຕໍ່ຮ່າງລາຍງານການເມືອງ ແຜນພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຊິ່ງໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃນໄລຍະຜ່ານມາ. ກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາຂະແໜງການລົງທຶນ ໄລຍະ 05 ປີເພື່ອເປັນບ່ອນອີງຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງອົງຄະນະພັກ ຄລທ ໃນໄລຍະ 05 ປີຕໍ່ໜ້າ.

ໂອກາດນີ້, ສະຫາຍ ສະເຫຼີມ ໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມ ພ້ອມທັງຮຽກຮ້ອງມາຍັງ ຄະນະບໍລິຫານງານພັກ ຄລທ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເພີ່ມຄວາມຮັບຜິດຊອບໃຫ້ສູງຂື້ນ, ມີຄວາມເດັດຂາດ ແລະ ເປັນເຈົ້າການສູງຂຶ້ນ ໃນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນຊຸມປີຕໍ່ໜ້າ ໃຫ້ບັນລຸຄາດໝາຍທີ່ວາງໄວ້ ໃຫ້ເປັນເສນາທິການທີ່ເຂັ້ມແຂງໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ປັບປຸງການສ້າງແຜນໃນໄລຍະໃໝ່ ໃຫ້ແທດເໝາະຕົວຈິງຫຼາຍຂຶ້ນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ໂດຍສະເພາະ ການຈັດລຽງບຸລິມະສິດ ແລະ ໂຄງການທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈໍາກັດໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການລົງທຶນທີ່ແກ່ຍາວ. ເພີ່ມທະວີຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ການຮ່ວມມືຫຼາຍຝ່າຍ, ສອງຝ່າຍ ແລະ ຂອບຮ່ວມມືຕ່າງໆ; ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການລົງທຶນໃນແຕ່ລະໄລຍະ, ເລັ່ງໃສ່ການຕິດຕາມ-ກວດກາ ແລະ ປະເມີນໂຄງການຢ່າງເປັນລະບົບປົກກະຕິ ແລະ ຕ້ອງມີມາດຕະການແກ້ໄຂຢ່າງເຂັ້ມງວດ; ເລັ່ງຄົ້ນຄວ້າສ້າງ ຫຼື ປັບປຸງບັນດານິຕິກໍາຕ່າງໆໃນການດຶງດູດ, ບໍລິການ ແລະ ຄຸ້ມຄອງການລົງທຶນ ແລະ ວຽກກງານອື່ນໆ, ເຮັດໃຫ້ການລົງທຶນເອກະຊົນພາຍໃນ ແລ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ມີຄຸນນະພາບສູງຂື້ນປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ.

ຄລິກເພື່ອຂະຫຍາຍ: