ໃນຕອນບ່າຍຂອງວັນທີ 27 ສິງຫາ 2026, ທີ່ຫ້ອງປະຊຸມ ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ທ່ານ ປອ ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍ ຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈູນຈີອົງ (Jiun Jeong), ຮອງຫົວໜ້າຫ້ອງການ Kotra ປະຈຳ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ນັກທຸລະກິດ ຈາກ ປະເທດ ເກົາຫຼີ.

ໃນການພົບປະດັ່ງກ່າວ, ທ່ານ ຫົວໜ້າຫ້ອງການ ໄດ້ຍົກໃຫ້ເຫັນເຖິງ ສະພາບລວມຂອງການລົງທຶນຢູ່ ສປປ ລາວ ໃນປັດຈຸບັນ ໂດຍສະເພາະ ການລົງທຶນພາກເອກະຊົນ ຊຶ່ງມູນຄ່າອະນຸມັດການລົງທຶນໃນກິດຈະການສໍາປະທານ ແລະ ຄວບຄຸມ ໃນທ່າອ່ຽງທີ່ດີ, ໃນ 7 ເດືອນ ຕົົ້ນປີ 2026 ສາມາດສູ້ຊົນດຶງດູດການລົງທຶນໄດ້ 3.8 ຕື້ ໂດລາສະຫະລັດ. ໃນນັ້ນ ສປ. ເກົາຫຼີ ເປັນອັນດັບທີ 5 ຂອງການລົງທຶນຈາກ 53 ປະເທດ ທີ່ມາລົງທຶນ ຢູ່ ສປປ ລາວ, ມູນຄ່າລວມທັງໝົດປະມານ 1.6 ຕື້ ໂດລາ. ພ້ອມນັ້ນ, 2 ຝ່າຍ ຍັງໄດ້ປຶກສາຫາລືລົງເລິກຄວາມສາມາດໃນການລົງທຶນຂະເເໜງໄຟຟ້າ ເເລະ ມາດຕາການການລົດການປ່ອຍອາຍພິດເຮືອນເເກ້ວ ເຊິ່ງເຫັນວ່າ ສປປ ລາວ ມີທ່າແຮງໃນດ້ານຊັບພະຍາກອນພະລັງງານທົດແທນ ເເລະ ໃນປີ 2026 ອັດຕາສ່ວນກຳລັງຜະລິດພະລັງງານທົດແທນຂອງລາວໄດ້ເພີ່ມຂຶ້ນເຖິງ 48,7% ຂອງກຳລັງຜະລິດທັງໝົດ, ໂດຍສະເພາະແມ່ນໂຄງການພະລັງງານແສງອາທິດ ແລະ ລົມ ທີ່ມີກຳລັງຜະລິດລວມ 312 ເມກາວັດ ໄດ້ເຊື່ອມຕໍ່ເຂົ້າສູ່ລະບົບໄຟຟ້າແລ້ວ.

ສປປ ລາວ ໄດ້ວາງເປົ້າໝາຍ ແລະ ພະຍາຍາມ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢູ່ທີ່ 60% ໃນປີ 2030 ແລະ ຄາດຄະເນ ຈະສາມາດບັນລຸ ການປ່ອຍອາຍພິດສຸດທິເປັນສູນ ໃນປີ 2050, ເຊິ່ງໄດ້ຖືກບັນຈຸເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ X (2026-2030) ຢ່າງເປັນທາງການ. ພ້ອມກັນນັ້ນ, ລັດຖະບານຍັງໄດ້ອອກດຳລັດວ່າດ້ວຍ ການເງິນຄາບອນ ໃນປີ 2025 ເພື່ອສ້າງພື້ນຖານທາງກົດໝາຍໃຫ້ແກ່ການເຂົ້າຮ່ວມຕະຫຼາດຄາບອນສາກົນ. ນີ້ແມ່ນໂອກາດອັນດີງາມສຳລັບນັກລົງທຶນທີ່ສົນໃຈດ້ານພະລັງງານສະອາດ ແລະ ການຫຼຸດຜ່ອນການປ່ອຍອາຍຄາບອນ.


