ພິທີເຊັນສັນຍາຮ່ວມມື (MOA) ໂຄງການພັດທະນາລະບົບຄຸ້ມຄອງການລົງທຶນດິຈິຕອນ (Invest in Laos Platform – ILP)

by | Aug 28, 2026 | ຂ່າວສານ & ກິດຈະກຳ

ພິທີໄດ້ຈັດຂຶ້ນ ໃນວັນທີ 25 ສິງຫາ 2026 ທີ່ ໂຮງແຮມ ອໍາມະລີ ນະຄອນຫຼວງວຽງຈັນ ລະຫວ່າງລັດຖະບານ ຕາງໜ້າເຊັນໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ແລະ ທ່ານ ພຶດສະພາ ພູມມະສັກ, ປະທານ ບໍລິສັດ ບໍລິສັດ ເອໄອດີຊີ ເທັກ ຈຳກັດ ໂດຍມີ ຄະນະນຳຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງ ການເງິນ ຮ່ວມເຊັນເປັນພະຍານ. ພິທີເຊັນສັນຍາຮ່ວມມື ໄດ້ຮັບກຽດຢ່າງສູງຈາກ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມເປັນປະທານພິທີ.

ທ່ານ ປອ. ວັນທະນາ ນໍລິນທາ, ກໍາມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລາຍງານກ່ຽວກັບ ຈຸດປະສົງ, ຄວາມເປັນມາ ແລະ ຄວາມສຳຄັນຂອງວຽກງານດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນວ່າ ການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຂອງຕ່າງປະເທດ ມີບົດບາດສຳຄັນຫຼາຍ ໃນການປະກອບເປັນແຫຼ່ງທຶນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງ ຂໍ້ຄົງຄ້າງຕົ້ນຕໍໜຶ່ງໃນໄລຍະຜ່ານມາ ແມ່ນບັນຫາການຂາດລະບົບຖານຂໍ້ມູນທີ່ລວມສູນ, ຂໍ້ມູນທີຮັບໃຊ້ໃຫ້ແກ່ການອະນຸມັດ ແລະ ການຄຸ້ມຄອງການລົງທຶນ ຍັງກະແຈກກະຈາຍ ບໍ່ເຊື່ອມຈອດກັນ ເຮັດໃຫ້ມີຊ່ອງຫວ່າງເກີດການອະນຸມັດທັບຊ້ອນ ແລະ ນຳໃຊ້ເວລາຫຼາຍໃນການຄົ້ນຄວ້າໂດຍສະເພາະການກວດກາພື້ນທີ່ກ່ອນອະນຸມັດ, ເຊິງມີຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ. ພ້ອມນັ້ນ, ກໍຍັງບໍມີລະບົບການຕິດຕາມຄຸ້ມຄອງໂຄງການທີເປັນອັດຕະໂນມັດ ເຮັດໃຫ້ມີສະພາບການຈັບຈອງໂຄງການ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ສຸດທີ່ຕ້ອງໄດ້ມີການພັດທະນາລະບົບການຄຸ້ມຄອງການລົງທຶນທີ່ທັນສະໄໝ ແລະ ລວມສູນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ຈຶ່ງໄດ້ຮ່ວມມືກັບ ບໍລິສັດເອໄອດີຊີ ເທັກ ຈຳກັດ ເພື່ອພັດທະນາລະບົບຄຸ້ມຄອງການລົງທຶນດິຈິຕອນ (Invest in Laos Platform – ILP) ເພື່ອຫັນເປັນທັນສະໄໝວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢ່າງເປັນລະບົບຄົບຊຸດ ເພື່ອຮັບປະກັນຄວາມເປັນມືອາຊີບ, ຄວາມໂປ່ງໃສ, ປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ ໂດຍ ເປົ້າໝາຍສູງສຸດ ແມ່ນການຫັນຂະບວນການ ສະເໜີຂໍລົງທຶນ, ການຄົ້ນຄວ້າ ແລະ ການອະນຸມັດການລົງທຶນ ເປັນດີຈີຕອນ ແລະ ການເຊື່ອມໂຍງຂໍ້ມູນເຂົ້າກັນເປັນຖານຂໍ້ມູນການລົງທຶນເອກະຊົນແຫ່ງຊາດ.

ທ່ານ ພຶດສະພາ ພູມມະສັກ, ປະທານ ບໍລິສັດ ບໍລິສັດ ເອໄອດີຊີ ເທັກ ຈຳກັດ ໄດ້ ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ພັດທະນາລະບົບ ໂດຍນຳໃຊ້ເຕັກໂນໂລຊີທີທັນສະໄໝ ລວມທັງລະບົບປັນຍາປະດິດ (AI) ແລະ OCR ເຊິ່ງລະບົບດັ່ງກ່າວ ຈະຊ່ວຍສ້າງລະບົບດິຈິຕອນແບບລວມສູນ (Integrated Digital Investment Management System) ທີ່ສາມາດເຊື່ອມໂຍງກັບຂໍ້ມູນແຜນທີ່ໃນ ສປປ ລາວ ໄວ້ໃນແພລັດຟອມດຽວ. ນອກນັ້ນ, ການພັດທະນາລະບົບໃນໄລຍະຕໍ່ໄປ ຍັງເຊື່ອມຕໍ່ກັບບັນດາກະຊວງ, ແຂວງ ທີ່ຕິດພັນກັບການອະນຸຍາດການລົງທຶນຢູ່ ສປປ ລາວ ເຂົ້າໃນລະບົບດຽວ, ທັງເປັນການຫຼຸດຕົ້ນທຶນ, ປະຫຍັດເວລາ, ຫຼຸດຂອດຂັ້ນຂອງຜູ້ປະກອບການ ແລະ ນັກລົງທຶນ ໃນຂະບວນການຂໍອະນຸຍາດ ແລະ ຕິດຕາມໂຄງການລົງທຶນ.

Click for enlarge: