ຕອນເຊົ້າ ວັນທີ 31 ກໍລະກົດ 2026 ສະຫະພັນແມ່ຍິງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີທ່ານນາງ ບຸນເພັງ ມູນໂພໄຊ ອາດີດລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ; ທ່ານ ນາງ ຄໍາຈັນ ວົງແສນບູນ ອະດີດຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ອາດີດປະທານສະຫະພັນແມ່ຍິງ ກຜທ; ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຮອງປະທານ ຜູ້ປະຈໍາການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ທ່ານ ນາງ ລັດຕະນາ ອິນທະພົນ ປະທານ ສະຫະພັນແມ່ຍິງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ຄລທ, ແຂກຖືກເຊີນ, ພະນັກງານອາວຸໂສບຳນານ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ໄດ້ຫວນຄືນປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານຕະຫຼອດໄລຍະ 71 ປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ສ້າງຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາຈົນເຖິງປັດຈຸບັນ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ທີ່ ປະທານ ໄກສອນ ພົມວິຫານ ໄດ້ຂະໜານນາມໄວ້ 5 ລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ. ສະຫະພັນແມ່ຍິງລາວໄດ້ກາຍເປັນກຳລັງແຮງທີ່ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ທັງເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນທຸກຂົງເຂດວຽກງານ ແລະ ເປັນກຳລັງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ໂອກາດດຽວກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຮອງປະທານ ຜູ້ປະຈໍາການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ໂອ້ລົມ ໂດຍໄດ້ຍ້ອງຍໍບັນດາຜົນງານຂອງສະຫະພັນແມ່ຍິງ ຫ້ອງການ ຄລທ ທີ່ສາມາດປະກອບສ່ວນເຂົ້າໃນການປະຕິບັດແຜນວຽກຂອງຂະແໜງການ ຢ່າງມີຜົນສຳເລັດ. ສະຫະພັນແມ່ຍິງ ຄລທ ບໍ່ພຽງແຕ່ປະຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແຕ່ຍັງເປັນກຳລັງສຳຄັນໃນການສ້າງຄອບຄົວອົບອຸ່ນ, ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ, ອະນຸ ລັກວັດທະນະທຳຂອງຊາດ ແລະ ປະກອບສ່ວນຢ່າງສຳຄັນໃນການພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ທ່ານຍັງໄດ້ຊີ້ນຳໃຫ້ສະຫະພັນແມ່ຍິງ ຄລທ ສືບຕໍ່ເອົາໃຈໃສ່ການສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກສູງຄຸນທາດການເມືອງໃຫ້ແກ່ສະມາຊິກ, ປຸກລະດົມໃຫ້ຮຽນຮູ້ແນວທາງ ແລະ ນະໂຍບາຍຂອງພັກ-ລັດ ຄຽງຄູ່ກັບການພັດທະນາວິຊາສະເພາະ, ການນຳໃຊ້ເຕັກໂນໂລຊີດິຈິຕອນ, ພາສາຕ່າງປະເທດ ແລະ ນະວັດຕະກຳ ເພື່ອມູນໃຊ້ເຂົ້າໃນວຽກງານ ຂອງຂະແໜງການສົ່ງເສີມການລົງທຶນ.


