ທ່ານຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ສືບຕໍ່ນຳພາຄະນະພາກລັດ ເຂົ້າຮ່ວມ ກອງປະຊຸມສໍາມະນາ Mining Governance Technical Workshop for Lao PDR, ພົບປະ 2 ຝ່າຍ ກັບກົມບໍ່ເເຮ່, ເພັດໂຕລຽມ ເເລະ ການສຳລວດ ເເລະ ຢ້ຽມຊົມ ບໍລິສັດ (ALS) ທີ່ເມືອງ ເພີດ (Perth), ປະເທດ ອົດສະຕາລີ

by | Jul 9, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 25-26 ມິຖຸນາ 2026, 2 ວັນສຸດທ້າຍຂອງການເຄື່ອນໄຫວ, ທ່ານ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ ສືບຕໍ່ ເຂົ້າຮ່ວມ ກອງປະຊຸມ ວິຊາການ ທີ່ຈັດຂຶ້ນໂດຍ ອົງການ ESCAP ພາຍໃຕ້ໂຄງການ Lift 4 Laos ຊຶ່ງພາຍໃນ ກອງປະຊຸມ 2 ວັນ ດັ່ງກ່າວນັ້ນ, ຜູ້ເຂົ້າຮ່ວມທັງໝົດ ບໍ່ພຽງເເຕ່ໄດ້ຮັບຟັງການນຳສະເໜີ ຈາກບັນດາຜູ້ຊ່ຽວຊານໃນຂະເເໜງບໍ່ເເຮ່ຂອງ ເມືອງ Perth ເເຕ່ຍັງໄດ້ເເລກປ່ຽນຄຳຄິດເຫັນ, ມຸມມອງ ເເລະ ສິ່ງທີ່ ສປປ ລາວ ສາມາດຖອດຖອນບົດຮຽນໄດ້. ເຫັນໄດ້ວ່າ, ໃນກອງປະຊຸມສໍາມະນາ Mining Governance Technical Workshop for Lao PDR ດັ່ງກ່າວ ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ເພີ່ມເຕີມຕໍ່ກັບກໍລະນີສຶກສາຂອງປະເທດການາ ທີ່ມີການລະເມີນການຂຸດຄົ້ນບໍ່ແຮ່ຂະໜາດນ້ອຍ (ASM: Artisanal and Small – Scale ming) ຢ່າງສະຊາຍ ແລະ ຮຸນແຮງຈາກການລົງທຶນມາລົງທຶນຂອງພາກເອກະຊົນ ທີ່ບໍ່ມີຄວາມເປັນມືອາຊີບ ຈົນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສິ່ງເວດລ້ອມ ແລະ ສັງຄົມຢ່າງຮ້າຍແຮງ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານການາ ໄດ້ສ້າງຕັ້ງຄະນະສະເພາະກິດ The Ghana Gold Board ເພື່ອແກ້ໄຂ.

ພ້ອມນັ້ນ, ຄະນະຍັງໄດ້ພົບປະ 2 ຝ່າຍ ກັບກົມບໍ່ເເຮ່, ເພັດໂຕລຽມ ເເລະ ການສຳລວດ ເຊິ່ງໃນວາລະດັ່ງກ່າວ, ຝ່າຍ ອົດສະຕາລີ ໄດ້ນຳສະເໜີກົນໄກ ເເລະ ຂອດຂັ້ນ ທີ່ເມືອງ Perth ນຳໃຊ້ໃນການດຶງດູດການລົງທຶນ ໂດຍສະເພາະເເມ່ນ ເຕັກໂນໂລຊີ ໃນການ ຄົ້ນຄວ້າຂະບວນການສະເໜີຂໍລົງທຶນໃນຂະເເໜງບໍ່ເເຮ່ ທີ່ສາມາດຮູ້ໄດ້ເຖິງເນື້ອທີ່ດິນທີ່ມີຄວາມຊັດເຈນ, ມີປະສິດທິພາບ ເເລະ ມີປະສິດທິຜົນ.

ນອກຈາກນັ້ນ, ຄະນະຍັງໄດ້ຢ້ຽມຊົມ ບໍລິສັດ (ALS) ເພື່ອສຶກສາ ເເລະ ເເລກປ່ຽນໃນບາງຂະບວນການທີ່ສາມາດນຳມາໃຊ້ກັບ ສປປ ລາວ ໄດ້ ໃນອະນາຄົດ ໂດຍສະເພາະເເມ່ນຂະບວນການສຶກສາຄວາມໜາເເໜ້ນຂອງເເຮ່ທາດ. ເຫັນວ່າ ສູນວິໄຈແຮ່ທາດ (ALS), ເປັນອີກໜຶ່ງວຽກງານ ທີ່ມີຄວາມສໍາຄັນ ເພື່ອຕອບສະໜອງການພັດທະນາວຽກງານແຮ່ທາດ ໃຫ້ແກ່ຜູ້ລົງທຶນ ແລະ ພາກລັດ, ເຊິ່ງ ສາມາດເປັນຕົວພິສູດ ໃຫ້ຮູ້ເຖິງຄຸນນະພາບຂອງແຮ່ທາດ ເພື່ອສາມາດສ້າງແຜນງານ ໄດ້ຢ່າງມີປະສິດທິພາບ.