ການເຄື່ອນໄຫວວຽກງານຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ປະເມີນດໍາລັດເລກທີ 530/ນຍ ຢູ່ ແຂວງວຽງຈັນ ວັນທີ 07 ກໍລະກົດ 2026

by | Jul 9, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 7 ກໍລະກົດ 2026 ທີ່ຫ້ອງວ່າການແຂວງວຽງຈັນ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ພ້ອມດ້ວຍຄະນະຈາກສູນກາງ ໄດ້ຢ້ຽມຂໍ່ານັບ ແລະ ລາຍງານ ທ່ານ ພູວົງ ບຸນຊູ, ປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງວຽງຈັນ ກ່ຽວກັບແຜນການເຄື່ອນໄຫວວຽກງານຊຸກຍູ້ຕິດຕາມ ການຈັດຕັ້ງ ປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ວຽກງານປະເມີນ-ປັບປຸງ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ ຢູ່ແຂວງວຽງຈັນ. ໃນໂອກາດດັ່ງກ່າວ ທ່ານ ພູວົງ ບຸນຊູ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຢູ່ພາຍໃນແຂວງວຽງຈັນ ໃນໄລຍະຜ່ານມາ, ວຽກງານຈຸດສຸມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ແລະ ສະພາບພົ້ນເດັ່ນ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຢູ່ພາຍໃນແຂວງວຽງຈັນ.

ຈາກນັ້ນ, ໃນວັນດຽວກັນ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດກອງປະຊຸມຊຸກຍູ້ ຕິດຕາມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ປະເມີນດໍາລັດເລກທີ 530/ນຍ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ພ້ອມດ້ວຍຄະນະຈາກສູນກາງ ຮ່ວມກັບ ທ່ານ ແສງຈັນ ດາລາວົງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງວຽງຈັນ ເຂົ້າຮ່ວມ.

ຜ່ານການປຶກສາຫາລື, ທ່ານຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ຍັງໄດ້ເນັ້ນໃຫ້ບັນດາຄະນະພັກ, ຄະນະນຳ ເວົ້າສະເພາະ ກໍ່ຄືຜູ້ທີ່ຮັບຜິດຊອບວຽກງານຕົວຈິງໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ເພື່ອໃຫ້ເຂົ້າໃຈເລິກເຊິງ ແລະ ເຫັນໄດ້ຄວາມສຳຄັນຕໍ່ພະນັກງານ ຄລທ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານໃນແຕ່ລະໄລຍະ, ສືບຕໍ່ເອົາໃຈໃສ່ນຳພາ, ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດ ເພື່ອໃຫ້ພະນັກງານ ຄລທ ພ້ອມກັນປັບປຸງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນບຸກຄົນທີ່ມີຈັນຍາບັນ, ມີຄວາມໂປ່ງໃສ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ພ້ອມກັນນັ້ນຈະໄດ້ສືບຕໍ່ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.