ໃນວັນທີ 3 ກໍລະກົດ 2026 ທີ່ ຫ້ອງວ່າການອົງການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ນາງ ພອນວັນ ອຸທະວົງ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຮອງປະທານ, ຜູ້ປະຈໍາການ ຄະນະກຳມະການສົ່ງເສີມການລົງທຶນ (ຄລທ) ໄດ້ຢ້ຽມຂໍ່ານັບ ແລະ ລາຍງານ ທ່ານ ປອ ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ກ່ຽວກັບ ແຜນການປະເມີນການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບ ເລກທີ 530/ນຍ ທີ່ ນະຄອນຫຼວງວຽງຈັນ. ໃນໂອກາດດັ່ງກ່າວ ສະຫາຍເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ທິດຊີ້ນໍາ ກ່ຽວກັບ ວຽກງານຈຸດສຸມ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ແລະ ສະພາບພົ້ນເດັ່ນຂອງການລົງທຶນພາກເອກະຊົນ ຢູ່ ນະຄອນຫຼວງວຽງຈັນ.

ຫຼັງຈາກນັ້ນ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ, ນຳພາ ໂດຍ ທ່ານ ປອ ວັນທະນາ ນໍລິນທາ, ຮອງເລຂາຄະນະບໍລິຫານງານພັກ ຄລທ, ກໍາມະການ ຜູ້ປະຈໍາການ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ທ່ານ ທະນົງສິນ ແສງພະວົງ, ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການ ຫລທ ນະຄອນຫຼວງວຽງຈັນ ແລະ ພະແນກກ່ຽວຂ້ອງ.

ຜ່ານການປຶກສາຫາລື, ໄດ້ມີຄວາມເອກະພາບສູງຕໍ່ຄວາມຈຳເປັນຂອງການປະເມີນດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ ເພື່ອເຮັດໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ລັດຖະບານ ໃນການປັບປຸງສະພາບແວດລ້ອມຂອງການລົງທຶນພາກເອກະຊົນ ເພື່ອໃຫ້ມີຄວາມສະດວກ, ປັບປຸງກົນໄກ ແລະ ຂອດຂັ້ນໃຫ້ມີຄວາມໂລ່ງລ່ຽນ, ລວມສູນ ແລະ ວ່ອງໄວຂຶ້ນກວ່າເກົ່າ ພ້ອມທັງ ຖືສຳຄັນ ການຫັນເປັນທັນສະໄໝ ຢ່າງເປັນລະບົບຄົບຊຸດ ໂດຍສະເພາະການເຊື່ອມໂຍງຖານຂໍ້ມູນວຽກງານລົງທຶນ, ເພີ່ມທະວີການຄຸ້ມຄອງ ຕິດຕາມ ແລະ ກວດກາ ບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ໂດຍ ຍົກບົດບາດ ແລະ ຄວາມຮັບຊອບຂອງທ້ອງຖິ່ນ ໃນການຊຸກຍູ້ຕິດຕາມໂຄງການລົງທຶນຕ່າງໆ.
ທັງໝົດນີ້ ກໍເພື່ອສ້າງເງື່ອນໄຂໃຫ້ແກ່ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະກອບສ່ວນສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ຕາມທິດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.


