ໃນວັນທີ 16 ມິຖຸນາ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ນ. ເມແກນ ໂຈນສ (Ms Megan Jones), ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ສປປ ລາວ ແລະ ຄະນະ.
ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນໃນຫລາຍຂົງເຂດແນໃສ່ການເພີ່ມທະວີການຮ່ວມມືໃນລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ.

ສອງຝ່າຍໄດ້ແລກປ່ຽນຄໍາເຫັນກ່ຽວກັບແຜນວຽກອັນເປັນບູລິມະສິດໃນແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະ 5 ປີ (2026-2030) ຂອງ ສປປ ລາວ. ໃນນັ້ນໄດ້ເນັ້ນເຖິງຄວາມສຳຄັນຂອງການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ຊຶ່ງປະກອບສ່ວນເຖິງ 64.4% ເພື່ອຄາດໝາຍການເຕີບໂຕຂອງເສດຖະກິດສະເລັ່ຍ 6% ຕໍ່ປີໃນໄລຍະ 5 ປີຂ້າງໜ້າ.
ໃນຕອນທ້າຍ, ທັງສອງຝ່າຍໄດ້ຢືນຢັນເຖິງການເພີ່ມທະວີການຮ່ວມມືໃນຂະແໜງບູລິມະສິດ ຕ່າງໆ ເຊັ່ນ: ກະສິກຳ, ບໍ່ແຮ່, ພື້ນຖານໂຄງລ່າງ, ພະລັງງານ, ແລະ ເສດຖະກິດດິຈິຕອລ, ພ້ອມທັງຈະສະໜັບສະໜູນການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ.


