ວຽກການປຶກສາຫາລື ກ່ຽວກັບ ການກໍານົດຂະແໜງການ ແລະ ຂະແໜງການຍ່ອຍ ຮ່ວມກັນລະຫວ່າງ IPO ແລະ UNESCAP

by | Jun 3, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 28/05/2026, ທ່ານ ປອ. ວັນທະນາ ນໍລິນທາ, ກໍາມະການ, ຫົວໜ້າ ຫ້ອງການ ຄລທ ພ້ອມດ້ວຍພະແນກກ່ຽວຂ້ອງ ໄດ້ຮ່ວມເຮັດວຽກກັບຊ່ຽວຊານຈາກ UNESCAP ນໍາໂດຍ ທ່ານ ນາງ Heather Lynne Taylor-Strauss, Economic Affairs Officer, ເພື່ອປຶກສາຫາລື ກ່ຽວກັບ ການກໍານົດຂະແໜງການ ແລະ ຂະແໜງການຍ່ອຍ ທີ່ມີທ່າແຮງໃນການດຶງດູດການລົງທຶນ ພ້ອມທັງ ຄັດເລືອກໂຄງການລົງທຶນທີ່ສາມາດນໍາມາພັດທະນາເປັນເອກະສານຂໍ້ມູນໂຄງການ (Investment Ready Project)

ເພື່ອນໍາສະເໜີໃຫ້ແກ່ນັກລົງທຶນຕ່າງປະເທດທີ່ສົນໃຈເຂົ້າມາລົງທຶນ ໃນ ສປປ ລາວ ເຊິ່ງເປັນໜຶ່ງໃນແຜນວຽກ ພາຍໃຕ້ ໂຄງການ the Laos–Australia Investment Facilitation and Transformation for Economic Resilience (LIFT 4 Laos), ຈັດຕັ້ງປະຕິບັດໂດຍ ຄະນະກຳມາທິການເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດສຳລັບອາຊີ ແລະ ປາຊີຟິກ (ESCAP) ຮ່ວມກັບ ຫ້ອງການ ຄລທ ໂດຍການໃຫ້ທຶນຂອງ ລັດຖະບານອົດສະຕຣາລີ ຜ່ານແຜນງານການຮ່ວມມື ແມ່ຂອງ-ອົດສະຕຣາລີ (MAP).