ໃນຕອນເຊົ້າວັນທີ 01 ມິຖຸນາ 2026 ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນຄົບຮອບ 102 ປີ ພາຍໃຕ້ຄຳຂວັນ “ສາຍໃຍລາວ-ຈີນ ປູກຕົ້ນໄມ້ເພື່ອເຊື່ອມສາຍພົວພັນ” ໂດຍມີຈຸດປະສົງ ເພື່ອປຸກລະດົມຈິດສໍານຶກ ໃຫ້ທຸກພາກສ່ວນ ເຫັນຄວາມສໍາຄັນຂອງການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ຮັກສາສິ່ງແວດລ້ອມ ແລະ ສ້າງທັດສະນີຍະພາບສີຂຽວ ໃຫ້ແກ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທະນົງໄຊ ຄຸດໄພທູນ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ ທັງເປັນຜູ້ປະຈຳການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ເສິນ ເສສິນ ປະທານສະພາການຄ້າຈີນ ປະຈຳ ສປປ ລາວ, ທ່ານ ຫວງ ກົວຜິງ ປະທານ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ, ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກຂະແໜງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ແລະ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ຊຶ່ງກົງກັບວັນເດັກນ້ອຍສາກົນ. ທັງນີ້ ກໍເພື່ອປູກຝັງຈິດສຳນຶກ ໃຫ້ແກ່ອະນຸຊົນ, ເຍົາວະຊົນ ແລະ ປະຊາຊົນທຸກຊັ້ນຄົນ ໃຫ້ເຫັນເຖິງຄຸນຄ່າ ແລະ ຄວາມສຳຄັນ ຂອງປ່າໄມ້ ທີ່ເປັນພື້ນຖານສຳຄັນ ຕໍ່ການດຳລົງຊີວິດ, ການຮັກສາລະບົບນິເວດ ແລະ ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ; ທ່ານຍັງໄດ້ກ່າວຕື່ມວ່າ ການອະນຸລັກ ແລະ ຟື້ນຟູພື້ນທີ່ສີຂຽວ ບໍ່ແມ່ນໜ້າທີ່ຂອງພາກລັດພຽງຝ່າຍດຽວ, ແຕ່ເປັນຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມກັນ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນກຳລັງສຳຄັນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຕາມທິດສີຂຽວແບບຍືນຍົງ.

ກິດຈະກຳໃນຄັ້ງນີ້ ໄດ້ສະແດງເຖິງຄວາມຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ຈີນ ຊຶ່ງເປັນການສະເຫຼີມ ສະຫຼອງປີມິດຕະພາບ ລາວ-ຈີນ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຍັງເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສິ່ງແວດລ້ອມສາກົນ ຄົບຮອບ 53 ປີ ທີ່ໃກ້ຈະມາເຖິງນີ້ ຢືນຢັນເຖິງຄວາມມຸ່ງໝັ້ນ ຂອງທຸກພາກສ່ວນ ໃນການຮ່ວມກັນປົກປັກຮັກສາຊັບພະຍາກອນ ທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ສ້າງອະນາຄົດສີຂຽວ ເພື່ອຄົນຮຸ່ນປັດຈຸບັນ ແລະ ຄົນຮຸ່ນຕໍ່ໄປ.

ຕົ້ນໄມ້ທີ່ນໍາມາປູກຢູ່ພາຍໃນເຂດໂຄງການຄັ້ງນີ້ ແມ່ນຕົ້ນສາມສາ (ຂະໜາດໃຫຍ່) ຈໍານວນ 10 ຕົ້ນ ທັງນີ້ ກໍ່ເພື່ອເພີ່ມພື້ນທີ່ສີຂຽວ, ສ້າງສະພາບແວດລ້ອມທີ່ສົດໃສ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເຂດເສດຖະກິດພິເສດບຶງທາດຫຼວງ ໃຫ້ເປັນເຂດຕົວແບບ ຂອງການພັດທະນາ ທີ່ສົມດຸນ ລະຫວ່າງເສດຖະກິດ ແລະ ການອະນຸລັກສິ່ງແວດລ້ອມ.

