ວັນທີ 21 ພຶດສະພາ 2026 ທີ່ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດ “ກອງປະຊຸມປຶກສາຫາລືພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19” ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີຂະແໜງການ ພາກລັດທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຈາກສະພາອຸດສາ ຫະກໍາ ແລະ ການຄ້າ ຍີ່ປຸ່ນປະຈໍາລາວ (JCCIL), ອົງການສົ່ງເສີມການຄ້າຍີ່ປຸ່ນປະຈໍາ ນະຄອນ ຫຼວງວຽງຈັນ (JETRO), ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA) ແລະ ຫ້ອງການທະນາຄານຮ່ວມມືສາກົນປະຈໍາບາງກອກ (JBIC).
ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ໄດ້ລິເລີ່ມມາແຕ່ປີ 2007 ຕາມການຕົກລົງ ລະຫວ່າງ ລັດຖະບານຂອງທັງສອງປະເທດ ແລະ ໄດ້ຈັດຂຶ້ນທຸກປີ ເພື່ອປຶກສາຫາລື ແລະ ໃນປີ 2026 ນີ້ ແມ່ນຄັ້ງທີ 19 ກອງປະຊຸມດັ່ງກ່າວນີ້ ແມ່ນກົນໄກການ ສົນທະນາປຶກສາຫາລື ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄົ້ນຄວ້າຊອກຫາວິທີການແກ້ໄຂຮ່ວມກັນ ໂດຍສະເພາະແມ່ນ ບັນຫາ ແລະ ສິ່ງທ້າທາຍ ທີ່ຕິດພັນກັບສະພາບແວດລ້ອມການລົງທຶນ ທີ່ບໍລິສັດ ຍີ່ປຸ່ນ ມາດຳເນີນທຸລະກິດ ຢູ່ ສປປ ລາວ ກໍາລັງພົບພໍ້ ເພື່ອໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ຮັບຊາບໂດຍກົງ ແລະ ນໍາໄປຄົ້ນຄວ້າ ພິຈາລະນາ ແກ້ໄຂ ແນໃສ່ປັບປຸງ ນະໂຍບາຍສົ່ງເສີມການລົງທຶນ, ບັນດານິຕິກຳ, ລະບຽບການ ກໍ່ຄື ສະພາບແວດລ້ອມຂອງການລົງທຶນພາຍໃນຂອງ ສປປ ລາວ ໃຫ້ນັບມື້ດີຂຶ້ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ທີ່ລັດຖະບານ ໄດ້ອະນຸຍາດແລ້ວ ໃຫ້ມີຜົນສໍາເລັດ ພ້ອມທັງສ້າງແຮງຈູງໃຈໃຫ້ແກ່ການດຶງດູດ ເອົາການລົງທຶນໃໝ່ ທີ່ມີຄຸນນະພາບ ຈາກບັນດາປະເທດ ເພື່ອນມິດກໍ່ຄືການລົງທຶນໂດຍກົງ ຈາກ ປະເທດຍີ່ປຸ່ນ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

ກອງປະຊຸມໃນປີ 2026 ນີ້ ໄດ້ມີການປຶກສາຫາລື ລົງເລີກຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດພັນທະດ້ານສ່ວຍສາອາກອນ ໂດຍສະເພາະແມ່ນອາກອນມູນຄ່າເພີ່ມ (VAT), ການສ້າງສະພາບແວດລ້ອມ ເພື່ອເອື້ອອໍານວຍແກ່ການຈັດຫາພະລັງງານທົດແທນ (ພະລັງງານສະອາດ) ແລະ ກົນໄກການຈັດຕັ້ງປະຕິບັດກ່ຽວກັບ ການແລກປ່ຽນເງິນຕາຕ່າງປະເທດ.
ກອງປະຊຸມ ຄັ້ງທີ 19 ມີຄວາມສໍາຄັນຫຼາຍ ເນື່ອງຈາກປີ 2026 ເປັນປີທໍາອິດຂອງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ – ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X (2026 – 2030) ຊຶ່ງໄລຍະຜ່ານມາ, ຍີ່ປຸ່ນ ເປັນປະເທດໜຶ່ງ ທີ່ຢູ່ໃນແຖວໜ້າໃນການຊ່ວຍເຫຼືອລ້າ ແລະ ມາລົງທຶນ ຢູ່ ສປປ ລາວ. ປະຈຸບັນ ມີບໍລິສັດຍີ່ປຸ່ນ ເຂົ້າມາລົງທຶນຫຼາຍກວ່າ 160 ບໍລິສັດ ທີ່ມີທັງການເຂົ້າມາລົງທຶນໂດຍກົງ (DIRECT INVESTMENT) ແລະ ການຂະຫຍາຍຖານການຜະລິດ ຈາກປະ ເທດເພື່ອນມິດ ເຂົ້າມາ ສປປ ລາວ ໃນຮູບການຕ່ອງໂສ້ການຜະລິດ ຂອງພາກພຶ້ນ ແລະ ສາກົນ (ASEAN VALUE CHAIN/GLOBAL VALUE CHAIN) ຊຶ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍການຮ່ວມມື ແລະ ການລົງທຶນຢູ່ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີບັນຍາກາດທີ່ດີ ໂດຍສະເພາະແມ່ນ ຂະແໜງການຜະລິດ ທີ່ໄດ້ສ້າງວຽກເຮັດງານທໍາ, ຝືກສີມື (TRAINING SKILL) ໃຫ້ແກ່ແຮງງານລາວໄດ້ ຈໍານວນຫຼາຍ ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ (TECHNOLOGY TRANSFER) ມາສູ່ ສປປ ລາວ.
ຜ່ານການປະຊຸມປຶກສາຫາລື, ຝ່າຍ ຍີ່ປຸ່ນ ໄດ້ຢືນຢັນ ຈະສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ຮ່ວມກັນແກ້ໄຂບັນຫາ ສິ່ງທ້າທ້າຍຕ່າງໆ ເຊິ່ງຄາດວ່າຈະເຮັດໃຫ້ຕົວເລກການລົງທຶນຈາກຍີ່ປຸ່ນ ຈະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ປະກອບ ສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X (2026 – 2030) ຕາມທິດສີຂຽວ ແລະ ຍືນຍົງ.


