ໃນວັນທີ 14 ມິຖຸນາ 2026, ທີ່ ຫ້ອງການຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບທ), ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ໄດ້ໃຫ້ການຕ້ອນຮັບຄະນະອົງການໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ນຳໂດຍ ທ່ານ Martine Therer, ຜູ້ຕາງໜ້າປະຈຳ UNDP ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບການຮ່ວມມືດ້ານການສົ່ງເສີມການລົງທຶນ.

ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ທົບທວນການຮ່ວມມືທີ່ຜ່ານມາ ໂດຍສະເພາະການສະໜັບສະໜູນຂອງ UNDP ຕໍ່ການພັດທະນາລະບົບຖານຂໍ້ມູນ, ການສ້າງຂີດຄວາມສາມາດ ແລະ ການສົ່ງເສີມແນວຄິດການລົງທຶນສີຂຽວ. ພ້ອມດຽວກັນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພັດທະນາຍຸດທະສາດສົ່ງເສີມການລົງທຶນ, ແຜນສົ່ງເສີມການລົງທຶນ, ການພັດທະນາແຜນທີ່ເຂດການລົງທຶນ ແລະ ແຜນທີ່ການນຳໃຊ້ດິນ ເພື່ອຮອງຮັບການວາງແຜນການລົງທຶນ, ການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ການສົ່ງເສີມການທ່ອງທ່ຽວ ສອດຄ່ອງກັບຍຸດທະສາດ Land-Linked.

ນອກຈາກນີ້, ຝ່າຍ ຄລທ ແລະ ຝ່າຍ UNDP ຍັງໄດ້ເເລກປ່ຽນກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການສະໜັບສະໜູນດ້ານວິຊາການ, ການປັບປຸງລະບົບຖານຂໍ້ມູນ, ການສ້າງຂີດຄວາມສາມາດ ແລະ ການສົ່ງເສີມການລົງທຶນສີຂຽວ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ.


