ໃນວັນທີ 01 ເມສາ 2026 ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍານັບ ຂອງ ທ່ານ ຄະທາຍຸດ ຊູພົນ, ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ.
ໂຄງການໄຟຟ້າຫົງສາ ໄດ້ເຊັນສັນຍາສໍາປະທານ ໃນປີ 2009 ເຊິ່ງ ປັດຈຸບັນ ໄດ້ສຳເລັດການກໍ່ສ້າງທັງໝົດ ແລະ ເລີ່ມເປີດຂາຍໄຟຢ່າງເປັນທາງການ (COD) ໃນວັນທີ 2 ມີນາ 2016, ອາຍຸ ສຳປະທານ 25 ປີ, ມີ ກຳລັງຕິດຕັ້ງ 1,878 MW, ກຳລັງຜະລິດປະມານ 12,582 GWh/ປີ, ມູນຄ່າການລົງທຶນທັງໝົດ 3,7 ຕື້ໂດລາ,ປະລິມານສະສົມຂອງຖ່ານຫີນ ຕາມການສຳຫຼວດມີປະມານ 436,9 ລ້ານໂຕນ.
ໂຄງການດັ່ງກ່າວ ແມ່ນດໍາເນີນການຜະລິດໄຟຟ້າ ເພື່ອສົ່ງອອກໄປ ປະເທດໄທ 95% ແລະ ຈໍາໜ່າຍພາຍໃນ ສປປ ລາວ ຈໍານວນ 5%.


