ຄະນະນຳ ຈາກ ສປປ ລາວ ເຂົ້າຮ່ວມແລກປ່ຽນຖອດຖອນບົດຮຽນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ລະຫວ່າງວັນທີ 23-28 ມີນາ 2026 ທີ່ ສສ ຫວຽດນາມ

by | Mar 30, 2026 | ຂ່າວສານ & ກິດຈະກຳ

ທ່ານ ນາງ ລັດຕະນາ ອິນທະພົນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມຝຶກອົບຮົມ ແລະ ທັດສະນະສຶກສາ ທີ່ ສສ ຫວຽດນາມ ໃນລະຫວ່າງ ວັນທີ 23-28/03/2026 ນຳພາຄະນະໂດຍ: ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຂະແໜງການກ່ຽວຂ້ອງ ຂອງ ສປປລາວ ເຂົ້າຮ່ວມ 25 ທ່ານ, ໃນຫົວຂໍ້: ການພັດທະນາເສດຖະກິດຂອງລາວ, ຈັດໂດຍ: ມະຫາວິທະຍາໄລ ນະໂຍບາຍ ແລະ ການພັດທະນາ Fulbright Vietnam+ ສະຖາບັນການເມືອງການປົກຄອງແຫ່ງຊາດ ຫວຽດນາມ, ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຖອດຖອນບົດຮຽນ ແລະ ປະສົບການຈາກ ສສ ຫວຽດນາມ ໃນການພັດທະນາເສດຖະກິດ ເພື່ອມານຳໃຊ້ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 10 ຂອງລາວ ແລະ ມະຕິ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຂອງສູນກາງພັກ ໃຫ້ໄດ້ຮັບຜົນດີ.

ກົດຮູບພາບເພື່ອຂະຫຍາຍ: