ນັກລົງທຶນ ຈາກ ສ.ເກົາຫຼີ ສົນໃຈເຂົ້າມາສ້າງຕັ້ງຫ້ອງການຜູ່ຕ່າງຫນ້າຢູ່ ສປປ ລາວ

by | Mar 26, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 25 ມີນາ 2026, ທ່ານ ປອ ວັນທະນາ ນໍລິນທາ, ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ) ໄດ້ຕ້ອນຮັບຄະນະ ບໍລິສັດ POSCO INTERNATIONAL ຈາກ ສ.ເກົາຫຼີ. ຈຸດປະສົງການຂອງການພົບປະໃນຄັ້ງນີ້ ເພື່ອປຶກສາຫາລືກາລະໂອກາດການລົງທຶນ ແລະ ການສ້າງຕັ້ງຫ້ອງການຜູ້ຕາງໜ້າ ຂອງ ບໍລິສັດ POSCO INTERNATIONAL ຢູ່ ສປປ ລາວ. ນອກນັ້ນ, ຫລທ ຍັງໄດ້ແນະນໍາ ຂັ້ນຕອນການອະນຸມັດການລົງທຶນ, ນະໂຍບາຍສົ່ງເສີມການລົງທຶນ ແລະ ສະໜອງຂໍ້ມູນທີ່ຈໍາເປັນໃຫ້ແກ່ ບໍລິສັດດັ່ງກ່າວ.