ໃນວັນທີ 19 ມີນາ 2026, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການຮ່ວມມືລາວ-ຫວຽດນາມ ໄດ້ໃຫ້ກຽດເປັນປະທານກອງປະຊຸມເຜີຍແຜ່ຜົນສຳເລັດ ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະ ບານແຫ່ງ ຫວຽດນາມ.

ທ່ານ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ) ໄດ້ຂຶ້ນມີຄຳເຫັນ ແລະ ລາຍງານກ່ຽວກັບສະພາບພົ້ນເດັ່ນຂອງການລົງທຶນຈາກ ສສ ຫວຽດນາມໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບົດບາດຂອງການລົງທຶນ ຈາກ ສສ ຫວຽດນາມ ຢູ່ໃນລາວ ເຊິ່ງມາຮອດປັດຈຸບັນແມ່ນຈັດຢູ່ປະເທດທີ່ມາລົງທຶນມີມູນຄ່າສູງເປັນອັນດັບ 2 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ. ພ້ອມນັ້ນ, ສປປ ລາວ ຖືເປັນເປົ້າໝາຍປາຍທາງລົງທຶນອັນດັບທີ 1 ທີ່ວິສາຫະກິດຫວຽດນາມໄປລົງທຶນຢູ່ຕ່າງປະເທດທັງໝົດ 86 ປະເທດ.

ໃນປີ 2025 ລັດຖະບານ ແຫ່ງ ສປປ ລາວ ໄດ້ອະນຸມັດການລົງທຶນໃຫ້ແກ່ວິສາຫະກິດຂອງ ສສ ຫວຽດນາມ ຈຳນວນ 9 ໂຄງການ ມູນຄ່າລວມທັງໝົດ ຈຳນວນ 3.4 ຕື້ ໂດລາສະຫະລັດ (ກິດຈະການສຳປະທານ 7 ໂຄງການ ແລະ ກິດຈະການບັນຊີຄວບຄຸມ 2 ໂຄງການ). ພ້ອມນັ້ນ, ໄດ້ອະນຸມັດຫ້ອງການຜູ້ຕາງ ໜ້າ 3 ບໍລິສັດ ເພື່ອເຂົ້າມາສຶກສາຄວາມເປັນໄປໄດ້ໃນການລົງທຶນໃນຕໍ່ໜ້າ, ໄດ້ໃຫ້ນະໂຍບາຍສົ່ງເສີມດ້ານການນຳເຂົ້າວັດຖຸອຸປະກອນຮັບໃຊ້ໂຄງການລົງທຶນແກ່ ຜູ້ລົງທຶນຫວຽດນາມ ທັງໝົດ 20 ບໍລິສັດ ໃນມູນຄ່າ 877 ລ້ານໂດລາສະຫະລັດ, ແລະ ໄດ້ອອກໃບອະນຸຍາດການລົງທຶນໄປຕ່າງປະເທດ ໃຫ້ແກ່ ບໍລິສັດລາວໄປລົງທຶນຢູ່ ສສ ຫວຽດນາມ ທັງໝົດ ມີ 5 ບໍລິສັດ.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເປັນສັກຂີພະຍານໃນການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບກົນໄກການປະສານງານໃນຂົງເຂດການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ ສປປ ລາວ ລະຫວ່າງຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ.


