ກອງປະຊຸມເຜີຍແຜ່ກົດໝາຍ ສົ່ງເສີມການລົງທຶນສະບັບປັບປຸງປີ 2024 ໃນວັນທີ 6 ມີນາ 2026 ທີ່ໂຮງແຮມ Pullman ແຂວງຫຼວງພະບາງ

by | Mar 13, 2026 | ຂ່າວສານ & ກິດຈະກຳ

ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ສົ່ງເສີມການລົງທຶນສະບັບປັບປຸງປີ 2024, ນິຕິກຳໃຕ້ກົດໝາຍ, ແລະ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ໃນວັນທີ 6 ມີນາ 2026 ທີ່ໂຮງແຮມ Pullman ແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງທ່ານ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ກອງປະຊຸມ ແນ່ໃສ່ເພີ່ມທະວີຍົກສູງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃຫ້ລວມສູນ, ເປັນເອກະພາບ, ມີຄວາມກະທັດຮັດ, ໂລ່ງລ່ຽນ, ໂປ່ງໃສ ແລະ ທັນສະໄໝ ຮັບປະກັນໄດ້ຄວາມມີປະສິດທິພາບ ແລະ ປະສິດທິຜົນ ໃນການຈັດຕັ້ງຜັນຂະຫຍາຍກົດໝາຍສົ່ງເສີມການລົງທຶນສະບັບປັບປຸງປີ 2024 ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ, ເພື່ອສ້າງເງື່ອນໄຂໃນການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເປັນແຫຼ່ງທຶນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ກອງປະຊຸມ ຍັງໄດ້ ເຜີຍແຜ່ກ່ຽວກັບ ກົງຈັກການຈັດຕັ້ງຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11ສິງຫາ 2025 ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບຕໍ່ກັບທີ່ຕັ້ງ ແລະ ພາລະບົດບາດ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມ ແລະ ປະກອບຄໍາເຫັນຢ່າງກ້ວາງຂວາງ ໂດຍ ພະແນກການກ່ຽວຂ້ອງ ຈາກ 8 ແຂວງພາກເໜຶອ ຄື ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຜົ້ງສາລີ, ແຂວງຊຽງຂວາງ, ແຂວງຫົວພັນ ພ້ອມດ້ວຍ ສະພາການຄ້າ ແລະ ອຸດສາຫະກໍາ ແລະ ບັນດາວິສາຫະກິດ.

ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງແຜນການເຜີຍແຜ່ກົດໝາຍສົ່ງເສີມການລົງທຶນສະບັບປັບປຸງປີ 2024 ທົ່ວປະເທດພາຍໃຕ້ການສະໜັບສະໜູນຂອງໂຄງການຮ່ວມມືລາວ-ອົດສະຕຣາລີ ໃນການຍົກລະດັບຄວາມອາດສາມາດ ແລະ ອຳນວຍຄວາມສະດວກດ້ານການລົງທຶນ ເພື່ອຄວາມເຂັ້ມແຂງທາງດ້ານເສດຖະກິດ (LIFT4 Laos) ໂດຍການສະໜັບສະໜູນ ຂອງ ລັດຖະບານອົດສະຕຣາລີ ແລະ ການຈັດຕັ້ງປະຕິບັດໂດຍ ຄະນະກໍາມະການເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ສໍາລັບພາກພື້ນອາຊີ-ປາຊິຟິກ (ESCAP) ຮ່ວມກັບ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.