ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມື ເພື່ອ ສົ່ງເສີມການລົງທຶນ ຈາກ ສປ ຈີນ

by | Mar 2, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 27 ກຸມພາ 2026, ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມື ເພື່ອ ສົ່ງເສີມການລົງທຶນ ຈາກ ສປ ຈີນ ໂດຍການ ເປັນປະທານຮ່ວມຂອງ ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ນາງ ແສງເດືອນ ໄຊຍະສອນ, ຮອງປະທານຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ.
ພ້ອມນັ້ນ, ຍັງໄດ້ ປຶກສາຫາລືກ່ຽວກັບການຊຸກຍູ້ ບັນດາໂຄງການລົງທຶນຂະຫນາດໃຫຍ່ ໃຫ້ສາມາດພັດທະນາຕາມແຜນ, ການປັບປຸງບັນຊີຂອບການຮ່ວມມື ຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ ລາວ-ຈີນ, ແຜນກິດຈະກຳ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ແລະ ກົນໄກການປະສານງານລະຫວ່າງ 2 ຫ້ອງການ.

ຮູບພາບພາຍໃນງານ (ກົດພາບເພື່ອຂະຫຍາຍ):