ທ່ານ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະເຮັດວຽກ ຮ່ວມກັບ ທ່ານ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ

by | Mar 2, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 26 ກຸມພາ 2026 ທ່ານ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະເຮັດວຽກ ຮ່ວມກັບ ທ່ານ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ທີ່ເຮືອນພັກທ່ານທູດ. ໃນໂອກາດນີ້ໄດ້ມີການແລກປ່ຽນທິດທາງການພັດທະນາເສດຖະກິດ, ສະພາບການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ຄວາມສົນໃຈຂອງນັກລົງທຶນ ສ.ເກົາຫຼີ ໃນຂະແໜງ ພະລັງງານສະອາດ, ຄາບອນເຄດິດ, ພັດທະນາແຮ່ທາດ ແລະ ປຶກສາຫາລືໃນການຮ່ວມມືເພື່ອ ຊຸກຍູ້ການສົ່ງເສີມການລົງທຶນຈາກ ສ.ເກົາຫຼີ ມາ ສປປ ລາວໃຫ້ຫຼາຍຂື້ນ