ໃນຕອນບ່າຍຂອງ ວັນທີ 23 ກຸມພາ 2026, ທ່ານ ຫົວໜ້າຫ້ອງການ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຢາມຂອງ ຕາງໜ້າ United Nations Industrial Development Organization (UNIDO) ປະຈໍາພາກພື້ນ ແລະ ທ່ານ ຕ້ອມ ໄຊສົງຄາມ, ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ເປັນ ຫົວໜ້າຫ້ອງການ UNIDO ປະຈໍາ ສປປ ລາວ.
ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບກາລະໂອກາດໃນການເສີມຂະຫຍາຍການຮ່ວມມືລະຫວ່າງ UNIDO ແລະ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໂດຍເນັ້ນໃສ່ການທົບທວນ ກອບກົດໝາຍ (legal framework) ແລະ ການຈັດຕັ້ງສະຖາບັນ (institutional arrangement) ໃນເຂດເສດຖະກິດພິເສດ ເພື່ອຍົກລະດັບສະພາບແວດລ້ອມການລົງທຶນໃຫ້ມີປະສິດທິພາບຍິ່ງຂຶ້ນ.


