ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ກອງປະຊຸມພົບປະທຸລະກິດ Sharjar-Laos Roundtable, ໃນວັນທີ 04 ກຸມພາ 2026, ຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ Sharjar ແລະ ກຸ່ມບໍລິສັດ PTL ແລະ ບໍລິສັດ Gulftainer ໂດຍມີຜູ້ເຂົ້າຮ່ວມ 60 ກວ່າທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເປັນໂອກາດໃນການຮັດແໜ້ນສາຍພົວພັນດ້ານການຄ້າ, ດຶງດູດການລົງທຶນ ແລະ ການຄ້າລະຫວ່າງສອງພາກທຸລະກິດ ພ້ອມກັນນັ້ນ ຍັງເປັນການເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ມີໂອກາດພົບປະແລກປ່ຽນກັນໃນຂະເເໜງ ຂົນສົ່ງ-ໂລຈິສຕິກ, ທ່າບົກ-ທ່າເຮືອ, ສ້າງເສັ້ນທາງດ່ວນ, ຂະເເໜງ ອຸດສາຫະກຳປຸງເເຕ່ງເເບບທັນສະໄຫມ ເເລະ ອື່ນໆ.

ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳສະເຫນີກ່ຽວກັບ ກາລະໂອກາດ ແລະ ນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ ພ້ອມທັງເຊີນຊວນ ພາກທຸລະກິດ UAE ເຂົ້າມາສຶກສາກາລະໂອກາດໃນການລົງທຶນຢູ່ ສປປ ລາວ ໃນຂະແໜງ ພະລັງງານ, ພື້ນຖານໂຄງລ່າງ, ສູນຂໍ້ມູນໃຫຍ່, ກະສິກຳສະອາດ ແລະ ການທ່ອງທ່ຽວຄົບວົງຈອນ.
ພ້ອມກັນນັ້ນ, ຍັງມີການຈັດພິທີເຊັນບົດບັນທືກຄວາມເຂົ້າໃຈ ຈຳນວນ 02 ສະບັບ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກັບ ສະພາການຄ້າ Sharjar ແລະ ລະຫວ່າງ PTL holding ຮ່ວມກັບ ບໍລິສັດ Gulftainer ເພື່ອຫັດແໜ້ນສາຍພົວພັນແລກປ່ຽນ ເຊີ່ງກັນ ແລະ ກັນ ທາງດ້ານການຄ້າ – ການລົງທືນ ລະຫວ່າງ ພາກທຸລະກິດ ລາວ-UAE.


