ດຶງດູດວິສາຫະກິດຊັ້ນນໍາ ໃນດ້ານອຸດສາຫະກໍາ ທາງນະວັດຕະກໍາ, ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ຂອງ ສປຈີນ, ArcherMind Technology ນຳເອົາຂະບວນການຜະລິດ ໃນຍຸກສະໄໝໃໝ່ມາສູ່ປະເທດລາວ

by | Dec 25, 2025 | ຂ່າວສານ & ກິດຈະກຳ

ໃນຕອນເຊົ້າ, ວັນທີ 08 ທັນວາ 2025 ຢູ່ທີ່ ນະຄອນໜານຈິ່ງ, ແຂວງຈ່ຽງຊູ ສປ ຈີນ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ພົບປະພາກທຸລະກິດ ເພື່ອສົນທະນາແລກປ່ຽນ ນະໂຍບາຍການດຶງດູດການລົງທຶນ ຢູ່ ສປປ ລາວ ຮ່ວມກັບ ກຸ່ມບໍລິສັດ Lao PTL Holding Co., LTD, ບໍລິສັດ Laos Finalcial Holding Co., LTD ແລະ ບໍລິສັດ ArcherMind Technology (nanjing) co.,Ltd.

ໃນໂອກາດດັ່ງກ່າວ ກໍ່ໄດ້ຮ່ວມເປັນສັກຂີພະຍານ ໃນພິທີເຊັນສັນຍາ MOU ຮ່ວມມືກັນ ລະຫວ່າງ ກຸ່ມບໍລິສັດ Lao PTL Holding Co., LTD, ບໍລິສັດ Laos Finalcial Holding Co., LTD ແລະ ບໍລິສັດ ArcherMind Technology (nanjing) co.,Ltd. ໃນການສ້າງຕັ້ງ ບໍລິສັດ ຮ່ວມທຶນ ເພື່ອພັດທະນາເຕັກໂນໂລຊີ ແລະ ໂຮງງານຜະລິດ-ປະກອບຄອມພິວເຕີ ຢູ່ ສປປ ລາວ.

ທ່ານ ຫວັງ ຈີ້ ຜີງ, ປະທານ ບໍລິສັດ ArcherMind Technology (nanjing) co.,Ltd ໄດ້ຕີລາຄາສູງຕໍ່ການຮ່ວມມືກັບ ກຸ່ມບໍລິສັດ Lao PTL Holding Co., LTD ແລະ ບໍລິສັດ Laos Finalcial Holding Co., LTD ໃນຄັ້ງນີ້. ໃນຖານະທີ່ເປັນວິສາຫະກິດຊັ້ນນໍາ ໃນດ້ານອຸດສາຫະກໍາ ທາງນະວັດຕະກໍາການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ຂອງຈີນ, ArcherMind Technology ບໍ່ພຽງແຕ່ນຳເອົາຂະບວນການຜະລິດ ໃນຍຸກສະໄໝໃໝ່ມາສູ່ ປະເທດລາວ ເທົ່ານັ້ນ, ແຕ່ຍັງນຳເອົາຄວາມສາມາດ ແລະ ປະສົບການ ທີ່ຄົບຊຸດໃນການສ້າງໂຄງລ່າງ ພື້ນຖານ ດິຈິຕອນທີ່ປອດໄພ ແລະ ສາມາດຄວບຄຸມໄດ້ ມາຮັບໃຊ້ ໃນທົ່ວສັງຄົມ ໃຫ້ເກີດປະໂຫຍດ. ສິ່ງເລົ່ານີ້ແມ່ນສອດຄ່ອງກັບເປົ້າໝາຍໃນການພັດທະນາຊັບສິນດິຈິຕອນ ແຫ່ງຊາດ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜ່ານການຮ່ວມມືກັນໃນຄັ້ງນີ້, ພວກເຮົາຈະນໍາໃຊ້ຄວາມເປັນຊ່ຽວຊານມືອາຊີບ ແລະ ປະສົບການ ດ້ານດີຈິຕ້ອນ ຂອງອຸດສາຫະກຳ ArcherMind Technology ໃນລະບົບປະຕິບັດການອັດສະລິຍະ ແລະ ວິທີແກ້ໄຂ ຮາດແວ ຈະມານຳໃຊ້ຢ່າງເຕັມຮູບແບບ. ການຮ່ວມມືດັ່ງກ່າວຈະຍຶດໝັ້ນຫຼັກການຕະຫຼາດ ແລະ ປະຕິບັດແນວທາງທຸລະກິດ ລະຫວ່າງ ປະເທດ ຢ່າງເຂັ້ມງວດ, ໃຫ້ບັນລຸຈຸດປະສົງ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ແລະ ການພັດທະນາທີ່ ຂອງ ທັງສອງຝ່າຍ.

ໝາຍເຫດ: (ບໍລິສັດ ArcherMind Technology (nanjing) co.,Ltd ເປັນບໍລິສັດທີ່ຜະລິດ ຊອຟແວ ຊັ້ນນໍາ ຂອງ ປະເທດຈີນ, ໂດຍເນັ້ນໜັກສຸມໃສ່ການຄົ້ນຄວ້າ ແລະ ພັດທະນາ ຂອງ ພື້ນຖານລະບົບປະຕິບັດການເຊັ່ນ: Smart Phone, ລົດຍົນ, ເຄື່ຶອງສິນຄ້າອອນໄລ, ບໍລິການ ເຊີເວີ້ ອິນເຕີເນັດ ແລະ ຂົງເຂດອຸດສາຫະກໍາ ເປັນຕົ້ນ).

ໃນກອງປະຊຸມນີ້, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ໄດ້ແນະນໍານະໂຍບາຍ ແລະ ທ່າແຮງສະພາບການລົງທຶນ ຢູ່ໃນ ລາວ ໃຫ້ກອງປະຊູມຮັບຊາບ, ຫຼັງຈາກນັ້ນໄດ້ມີຄໍາເຫັນ ໃນພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ວ່າ: ການຮ່ວມມືນີ້ສອດຄ່ອງກັບ “ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂອງ ລາວ ແລະ ເປັນບາດກ້າວທີ່ສຳຄັນໃນການສົ່ງເສີມການເຊື່ອມໂຍງອຸດສາ ຫະກຳ ແລະ ດິຈິຕອນ ຂອງ ລາວ. ໂຄງການດັ່ງກ່າວຈະຊ່ວຍເສີມສ້າງພື້ນຖານຮາດແວຂອງໂຄງສ້າງພື້ນຖານດິຈິຕອນ ຂອງ ລາວ ແລະ ເພີ່ມແຮງກະຕຸ້ນໃໝ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ ໃນຕໍ່ໜ້າ.

ທ່ານ Wang Jing wu, ປະທານ ບໍລິສັດ Lao Financial Holdings Co., Ltd ໄດ້ກ່າວວ່າໂຄງການນີ້ແມ່ນການລິເລີ່ມດ້ານອຸດສາຫະກໍາ ທີ່ສໍາຄັນໃນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດລາວ. ການຮ່ວມມືໃນນີ້ຄັ້ງນີ້ ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍອຸປະກອນ ແລະ ຄວາມສ່ຽງດ້ານລະບົບຕ່ອງໂສ້ການສະໜອງ ໃນການພັດທະນາ ດິຈິຕອນ ຂອງປະເທດໄດ້ຢ່າງມີປະສິດທິພາບ. ການມີສ່ວນຮ່ວມຢ່າງເລິກເຊິ່ງ ທາງດ້ານການເງິນ ແມ່ນມີຄວາມສຳຄັນຫຼາຍຕໍ່ການສ້າງ ລະບົບອຸດສາຫະກໍາການຜະລິດເຕັກໂນໂລຢີສູງ ໃນອະນາຄົດຂອງປະເທດ. ບໍລິສັດ Lao Financial Holdings Co., Ltd., ຂອງ ພວກເຮົາຈະນໍາທ່າແຮງທີ່ມີທັງໝົດ ຈາກ ສະຖາບັນການເງິນ ທີ່ມີປະສິດທິພາບສູງ ເພື່ອສົ່ງເສີມຊ່ວຍໜູນເສດຖະກິດດິຈິຕອນ ຂອງ ລາວ ເຂັ້ມແຂງ ແລະ ສະໜັບສະໜູນຢ່າງຮອບດ້ານສໍາລັບໂຄງການຮ່ວມມືດັ່ງກ່າວ, ພ້ອມນີ້, ຈະນໍາໃຊ້ໂອກາດດັ່ງກ່າວນີ້ ສົ່ງເສີມແຜນນາເສດຖະກິດດິຈິຕອນ ແຫ່ງຊາດ ຂອງ ລາວ ໃຫ້ບັນລຸເປົ້າໝາຍຢ່າງແຂງແຮງ.

ທ່ານ ວຽງຄອນ ສິດທິໄຊ, ຮອງປະທານ ກຸ່ມບໍລິສັດ Lao PTL Holding Co., LTD, ໄດ້ກ່າວວ່າ: ທີ່ຕັ້ງທີ່ມີຍຸດທະສາດ ຂອງ ໂຄງການຮ່ວມມືນີ້ນອນໃນ ເຂດວຽງຈັນໂລຊິສຕິກ ພາກ, ຊຶ່ງເປັນສູນກາງທີ່ສຳຄັນໃນແລວທາງເສດຖະກິດທາງລົດໄຟ ລາວ-ຈີນ, ໝູນໃຊ້ທ່າບົກຂົນສົ່ງທີ່ມີປະສິດທິພາບ ຂອງ ເຂດວຽງຈັນໂລຊິສຕິກ ພາກ ເພື່ອສະໜັບສະໜູນລະບົບຕ່ອງໂສ້ການສະໜອງທີ່ຈຳເປັນສຳລັບການຜະລິດ ແລະ ຈະຊ່ວຍອຳນວຍຄວາມສະດວກໃນການ ແຈກຢາຍ ຜະລິດຕະພັນ ພາຍໃນປະເທດ ແລະ ພາກພື້ນ ຂອງ ອາຊຽນ. ບັນລຸການເຊື່ອມໂຍງຢ່າງເລິກເຊິ່ງຂອງພື້ນຖານໂຄງລ່າງ (“ການເຊື່ອມຕໍ່ດ້ານຮາກແວ”) ແລະ ລະບົບຕ່ອງໂສ້ອຸດສາຫະກຳດິຈິຕອນ (“ການເຊື່ອມຕໍ່ຊອຟແວ”). ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ບໍ່ພຽງແຕ່ຈະເສີມຂະຫຍາຍຄວາມສາມາດໃນການສະໜອງອຸດສາຫະກຳ ນະວັດຕະກຳການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກໍ່ສ້າງດິຈິຕອນເທົ່ານັ້ນ, ແຕ່ຍັງເປັນຕັວແບບສຳລັບການເພີ່ມທະວີການຮ່ວມມືດ້ານກຳລັງການຜະລິດ ລະຫວ່າງ ລາວ-ຈີນ ແລະ ການຮ່ວມມືດ້ານເສດຖະກິດດິຈິຕອນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ”.

ຫຼັງຈາກນັ້ນ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ, ໄດ້ຢ້ຽມຊົມ ບໍລິສັດ ArcherMind Technology (nanjing) co.,Ltd. ຄະນະຕິດຕາມປະກອບມີ: ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ສະຖານທູດລາວ ປະຈໍາ ນະຄອນປັກກິ່ງ, ຫ້ອງການທີ່ປຶກສາທູດເສດຖະກິດ-ການຄ້າ, ກຸ່ມບໍລິສັດ Lao PTL Holding Co., LTD, ບໍລິສັດ Laos Finalcial  Holding Co., LTD ແລະ ບໍລິສັດ ArcherMind Technology (nanjing) co.,Ltd.

ບໍລິສັດ ArcherMind Technology (nanjing) co.,Ltd ເປັນ ວິສາຫະກິດຂົງເຂດອຸດສາຫະກໍານະວັດຕະກໍາດ້ານການນໍາໃຊ້ເຕັກໂນໂລຊີ ນໍາໜ້າ ຂອງ ປະເທດຈີນ, ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ພັດທະນາປະດິດລະບົບປະຕິບັດການພື້ນຖານປັນຍາປະດິດ ເຊັ່ນ: smart phone, ລົດຍົນເຄື່ອງອອນລາຍ, ເຊີເວີ້ອິນເຕີເນັດ ແລະ ອຸດສາຫະກໍາ ເປັນຕົ້ນ.

ຮູບພາບພາຍໃນງານ (ກົດພາບເພື່ອຂະຫຍາຍ):