ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສປປ ລາວ ເພີ່ມທະວີການ ຮ່ວມມືກັບ ກົມສົ່ງເສີມການລົງທຶນຕ່າງປະເທດ, ກະຊວງການເງີນ ສສ ຫວຽດນາມ ໃນວຽກງານສົ່ງເສີມການລົງທຶນ ລະຫວ່າງ ລາວ-ຫວຽດນາມ

by | Dec 8, 2025 | ຂ່າວສານ & ກິດຈະກຳ

ໃນວັນທີ 3 ທັນວາ 2025, ທີ່ຫ້ອງປະຊຸມ ICTC ນະຄອນຫຼວງວຽງຈັນ, ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກົມລົງທຶນຕ່າງປະເທດ ຂອງ ສສ ຫວຽດນາມ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຊຸກຍູ້ການລົງທຶນ ລະຫວ່າງ ລາວ-ຫວຽດນາມ. ການລົງນາມໃນຄັ້ງນີ້ແມ່ນການລົງນາມຄືນເອກະສານທີ່ໄດ້ລົງນາມໃນປີ 2024 ເພື່ີອແນ່ໃສ່ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພາກສ່ວນ ໃຫ້ສູງຂຶ້ນ, ທັງໃຫ້ສອດຄ່ອງກັບທີ່ຕັ້ງ ແລະ ພາລະບົດບາດພາຍຫຼັງປັບປຸງກົງຈັກການຈັດຕັ້ງ ແລະ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ. ໂດຍໜ້າວຽກທີ່ສໍາຄັນແມ່ນ

  1. ວຽກງານການຊ່ວຍສ້າງຄວາມເຂັ້ມແຂງດ້ານວິຊາການ ໃນຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ການສ້າງບັນຊີຮຽກການລົງທຶນ ແລະ ການອຳນວຍຄວາມສະດວກ ແລະ ແກ້ໄຂບັນຫາຂໍ້ຫຍຸງຍາກໃຫ້ຜູ້ລົງທຶນ ແລະ ອື່ນໆ.
  2. ສືບຕໍ່ຮ່ວມກັນຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມຢ່າງເປັນປົກກະຕິ ແລະ
  3. ແລກປ່ຽນຂໍ້ມູນການລົງທຶນຂອງສອງປະເທດເພື່ອເປັນການຊຸກຍູ້ຕິດຕາມ ການລົງທຶນຂອງສອງປະເທດ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນງານທີ່ລັດຖະບານໄດ້ອະນຸມັດ.

ຮູບພາບພາຍໃນງານ (ກົດພາບເພື່ອຂະຫຍາຍ):