ໃນວັນທີ 01 ທັນວາ 2025 ທີ່ ສະພາທິດສະດີສູນກາງພັກ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຮອງປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການ ດ້ານເສດຖະກິດ-ການເງິນ ປະຈໍາເດືອນ ພະຈິກ 2025, ພ້ອມທັງ ນໍາສະເໜີ ທິດທາງແຜນການລະດົມຂົນຂວາຍ ແລະ ຄຸ້ມຄອງວຽກງານການລົງທຶນຕ່າງປະເທດ 5 ປີ (2026-2030) ແລະ ໄດ້ຮັບຟັງຄໍາຄິດຄໍາເຫັນ ຈາກອາດີດການນໍາ, ບັນດາການນໍາຂອງສະພາທິດສະດີ ແລະ ນັກຄົ້ນຄວ້າ ໃນກອງປະຊຸມ ທີ່ເປັນທັດສະນະວິທະຍາສາດ ເພື່ອເປັນແນວທາງໃຫ້ ຄະນະສົ່ງເສີມແລະ ຄຸ້ມຄອງການລົງທຶນ ໄປສືບຕໍ່ຜັນຂະຫຍາຍ ເພື່ອກຳນົດທິດທາງ ແລະ ສ້າງຍຸດທະສາດການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນຕໍ່ໜ້າ.
ທ່ານ ຮອງປະທານ ຄລທ ນຳສະເຫນີທິດທາງວຽກງານສົ່ງເສີມການລົງທຶນ ຕໍ່ ກອງປະຊຸມຄະນະກໍາມະການ ດ້ານເສດຖະກິດ-ການເງິນ, ສະພາທິດສະດີສູນກາງພັກ
