ກອງປະຊຸມປືກສາຫາລືວິຊາການ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໃນວັນທີ 01 ທັນວາ 2025

by | Dec 2, 2025 | ຂ່າວສານ & ກິດຈະກຳ

“ທ່ານ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນເຂົ້າຮ່ວມ ກອງປະຊຸມປືກສາຫາລືວິຊາການ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໃນວັນທີ 01 ທັນວາ 2025 ທີ່ ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະຊວງ ການເງິນ”

ໃນໂອກາດດັ່ງກ່າວ, ທ່ານ ປອ ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ປະກອບຄຳເຫັນເເລກປ່ຽນຕໍ່ທີ່ປະຊຸມຕໍ່ 3 ຮ່າງເອກະສານສຳຄັນທີ່ຈະລົງນາມໃນກອງປະຊຸມຄື: ບົດບັດທຶກກອງປະຊຸມ, ສັນຍາ ວ່າດ້ວຍການຮ່ວມມືທະວີພາຄີ ເເລະ ຂໍ້ຕົກລົງ ວ່າດ້ວຍເເຜນການຮ່ວມມື ປະຈຳປີ 2026 ແລະ ສັນຍາຮ່ວມມື 2026-2030.

ສສ ຫວຽດນາມ ບໍ່ພຽງເເຕ່ເປັນປະເທດເພື່ອນມິດຍຸດທະສາດ ເເຕ່ຫາກເເມ່ນເປັນປະເທດທີ່ຢູ່ແຖວໜ້າໃນການເຂົ້າມາລົງທຶນຢູ່ ສປປ ລາວ ແລະ ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການສ້າງວຽກເຮັດງານທຳ ໃຫ້ແກ່ ປະຊາຊົນ ສປປ ລາວ. ມູນຄ່າການອະນຸມັດການລົງທຶນຈາກ ສສ ຫວຽດນາມ ສະສົມແຕ່ ປີ 1989 ຈົນຮອດທ້າຍເດືອນ ຕຸລາ 2025 ໃນກິດຈະການສຳປະທານ ແລະ ບັນຊີກິດຈະການຄວບຄຸມ ມີທັງໝົດ 435 ໂຄງການ, ບັນລຸ 8 ຕື້ ກວ່າໂດລາສະຫະລັດ.

ຮູບພາບພາຍໃນງານ (ກົດພາບເພື່ອຂະຫຍາຍ):