ໃນວັນທີ 19 ກັນຍາ 2025, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ແຂວງຫຼວງນໍ້າທາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ກອງເລຂາງານວາງສະແດງ ຈີນ-ອາຊຽນ CAEXPO ໄດ້ຈັດກອງປະຊຸມປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ພາຍໃຕ້ຫົວຂໍ້: “ກາລະໂອກາດລົງທຶນໃນຂະແໜງກະສິກຳ ທັນສະໄໝຂອງ ສປປ ລາວ ແລະ ທ່າແຮງ ການລົງທຶນທີ່ແຂວງຫຼວງນໍ້າທາ” ທີ່ຫ້ອງປະຊຸມແຫ່ງຊາດ ຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ. ກອງປະຊຸມສົ່ງເສີມການລົງທຶນດັ່ງກ່າວແມ່ນໜຶ່ງໃນກິດຈະກຳປິ່ນອ້ອອມຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ປະຈໍາປີ 2025 ຊຶ່ງງານວາງສະແດງ ຈີນ-ອາຊຽນ CAEXPO ແມ່ນມີຄວາມໝາຍຄວາມສຳຄັນໃນການລົງນາມສັນຍາການຄ້າເສລີ ຈີນ-ອາຊຽນ ສະບັບປັບປຸງຄັ້ງທີ 3 ແລະ ເປັນປີມ້ວນທ້າຍການຈັດຕັ້ງ ວິໄສທັດປະຊາຄົມເສດຖະກິດ ອາຊຽນ 2025. ສຳລັບງານວາງສະແດງ CAEXPO ຄັ້ງທີ 22 ຈັດຂຶ້ນພາຍໃຕ້ຫົວຂໍ້ “ການພັດທະນາ ສ້າງຄວາມເຂັ້ມແຂງໃຫ້ແກ່ ປັນຍາປະດິດ ແລະ ນະວັດຕະກຳ ດີຈິຕອນ-ການນຳໃຊ້ກາລະໂອກາດໃໝ່ ຂອງສັນຍາເຂດການຄ້າເສລີ ຈີນ-ອາຊຽນ ສະບັບ 3.0 ເພື່ອໃຫ້ປະຊາຄົມ ຈີນ-ອາຊຽນ ໄດ້ຮ່ວມມືກັນຫຼາຍຂຶ້ນໃນອານາຄົດ”.
ກອງປະຊຸມດັ່ງກ່າວໄດ້ຮັບກຽດມີຄຳເຫັນໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ, ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງນໍ້າທາ, ຜູ້ຊີ້ນຳວຽກງານເສດຖະກິດ, ແລະ ທ່ານ ເຫີ ຊິນຊິ້ງ ຮອງປະທານສະພາ ທີ່ປຶກສາການເມືອງ ເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ. ພ້ອມທັງມີຜູ້ເຂົ້າຮ່ວມຢ່າງຫຼາກຫຼາຍ ຈາກພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມຈຳນວນ 150 ທ່ານ.
ໃນວາລະກອງປະຊຸມນີ້ ໄດ້ມີຕົວແທນຂອງພາກລັດຈາກຫຼາກຫຼາຍຂະແໜງການ ເປັນຕົ້ນ ຂະແໜງການລົງທຶນການຄ້າ, ກະສິກໍາ, ທ່ອງທ່ຽວ ຂຶ້ນບັນຍາຍ ເພື່ອນຳສະເໜີ ກາລະໂອກາດໃນການລົງທຶນ ຢູ່ສປປ ລາວ ໃນຂະແໜງກະສິກຳ ທັນສະໄໝ, ຕ່ອງໂສ້ງການຜະລິດ ທີ່ຕິດພັນກັບການນຳໃຊ້ ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ (e-commerce); ນຳສະເໜີກາລະໂອກາດ ແລະ ທ່າແຮງການລົງທຶນ ການຄ້າ ການທ່ອງທ່ຽວຂອງແຂວງຫຼວງນໍ້າທາ ໂດຍເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງ, ກະສິກຳ, ອຸດສາຫະກຳ, ທ່ອງທ່ຽວ ແລະ ເຂດເສດຖະກິດພິເສດ ຕາມທິດສີຂຽວ ແລະ ຢືນຍົງ. ນອກນັ້ນ, ຍັງມີການຂຶ້ນແລກປ່ຽນຈາກ ພາກທຸລະກິດ ທີ່ປະສົບຜົນສຳເລັດໃນການມາລົງທຶນຢູ່ ສປປ ລາວ ເປັນຕົ້ນແມ່ນ ຕາງໜ້າ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕັສ ສາກົນລາວ ແລະ ຜູ້ພັດທະນາ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ. ເພື່ອເປັນເວທີ ແລກປ່ຽນວິໄສທັດການພັດທະນາ ແລະ ຮັດແໜ້ນການຮ່ວມມືລະຫວ່າງ ພາກລັດ, ພາກເອກະຊົນ ຂອງ ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ພິເສດ, ໃນງານດັ່ງກ່າວໄດ້ມີການລົງນາມສັນຍາ 2 ສະບັບຄື: 1) ສັນຍາໂຄງການສຳປະທານພັດທະນາແຫຼ່ງທ່ອງທ໋ຽວໝູ່ບ້ານຊ້້າງບໍເຕ່ນ ຢູ່ບ້ານບໍ່ປຽດ, ເມືອງຫຼວງນຳ້ທາ, ແຂວງຫຼວງນຳ້ທາ, ແລະ 2) ສັນຍາວ່າດ້ວຍການຊື້-ຂາຍສິນຄ້າກະສິກຳ ແລະ ພືດເປັນຢາຈີນ, ສ້າງຕັ້ງໂຮງງານແປຮູບພ້ອມຈຳໜ່າຍພາຍໃນ ແລະ ສົ່ງອອກ, ແລະ ການຮ່ວມມືການຄ້າ ການສົ່ງອອກຜະລິດຕະພັນພືດເປັນຢາ.