ເສີມຂະຫຍາຍການຮ່ວມມືໃນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ

by | May 27, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 25 ພຶດສະພາ 2026 ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ມີກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ກົມຄຸ້ມເງິນຕາຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ໂດຍການປະທານຮ່ວມຂອງທ່ານ ປອ ວັນທະນາ ນໍລິນທາ, ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ເສີມທະວີ ສີຫາຝົນ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ.

ກອງປະຊຸມໄດ້ລົງເລີກປຶກສາລື ກ່ຽວກັບການເຊື່ອມສານວຽກງານຄຸ້ມຄອງເງິນຕາຕ່າງປະເທດເຂົ້າໃນການເຈລະຈາສັນຍາສຳປະທານ ເພື່ອໃຫ້ຜູ້ລົງທຶນ ຮັບຮູ້ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການ; ການຊຸກຍູ້ຕິດຕາມ ການປະກອບທຶນຈາກໂຄງການລົງທຶນຕ່າງປະເທດ ດ້ວຍລະບົບທັນສະໄໝ; ແລະ ເງື່ອນໄຂ ແລະ ກົນໄກການອານຸຍາດອອກໄປລົງທຶນຕ່າງປະເທດ.

ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍສໍາຄັນໜຶ່ງໃນການປັບປຸງຂອດການປະສານງານ ລະຫວ່າງ ຂະແໜງການພາກລັດ ໃຫ້ມີຄວາມກົມກຽວກວ່າເກົ່າ ພ້ອມທັງ ຫຼຸດຜ່ອນຂອດຂັ້ນທີ່ບໍ່ຈຳເປັນ ເພື່ອພ້ອມກັນປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີ ຄວາມສະດວກ, ມີປະສິດທິຜົນ ເຮັດໃຫ້ການລົງທຶນຂອງພາກເອກະຊົນ ປະກອບສ່ວນເປັນແຫຼ່ງທຶນຕົ້ນຕໍ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສອຈ- ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ”