ທ່ານ ສຸລິຍາ ປວງປະດິດ ຮອງຫົວໜ້າຫ້ອງການ ຫລທ ຕາງໜ້າໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕິດຕາມ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລົງຕິດຕາມຄວາມຄືບໜ້າໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ

by | May 22, 2026 | ຂ່າວສານ & ກິດຈະກຳ

ໃນລະຫວ່າງວັນທີ 14-16 ພຶດສະພາ 2026 ທ່ານ ສຸລິຍາ ປວງປະດິດ ຮອງຫົວໜ້າຫ້ອງການ ຫລທ ຕາງໜ້າໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕິດຕາມທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລົງສົມທົບກັບ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ບໍລິສັດ ໄດ້ລົງຕິດຕາມ ຄວາມຄືບໜ້າໃນການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງຈາກ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໄປຫາຊາຍແດນລາວ-ຫວຽດນາມ.

ການລົງຕິດຕາມຄັ້ງນີ້ ຄະນະ ໄດ້ລົງເບິ່ງສະພາບໂຕຈິງ ພາຍໃນເມືອງ ປາກຊັນ, ເມືອງ ຄໍາເກີດ, ເມືອງ ໄຊຈໍາພອນ(ດ່ານນໍ້າອ້ອນ-ແທງທຸ່ຍ), ເມືອງ ວຽງທອງ ເພື່ອລົງຕິດຕາມຕົວຈິງ ການຈັດຕັ້ງປະຕິບັດຂອງໂຄງການ.

ການລົງຕິດຕາມຄັ້ງນີ້ ທ່ານ ປອ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດ ຕ່າງໜ້າໃຫ້ (ບໍລິສັດ ນຳທາກໍ່ສ້າງ ຂົວ-ທາງ, ບໍລິສັດ ຊີເຄການຄ້າ ຂ້າອອກ-ຂ້າເຂົ້າ ຈຳກັດ) ກຸ່ມບໍລິສັດ ພັດທະນາກໍ່ ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ ຈາກ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໄປຫາຊາຍແດນລາວ-ຫວຽດນາມ ໄດ້ໃຫ້ສໍາພາດວ່າ: ສະແດງຄວາມຂອບໃຈ ການນໍາກະຊວງ ຍທຂ, ແຂວງ ບໍລິຄໍາໄຊ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸມຄອງການລົງທຶນ ທີ່ໄດ້ລົງມາຊຸກຍູ້ ຕິດຕາມ ແລະໄດ້ໃຫ້ທິີດຊີ້ນໍາຫຼາຍບັນຫາ ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດໂຄງການ ໄດ້ຕາມແຜນ ໂດຍສະເພາະການແກ້ໄຂບັນຫາຜົນກະທົບດ້ານສິ່ງແວດລ້ອມ ແລະ ການແກ້ໄຂບັນຫາຄ່າຊົດເຊີຍເນື້ອທີ່ຂອງປະຊາຊົນທີ່ໄດ້ຖືກໂຄງການ.

ທ່ານກ່າວວ່າ: ປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງທີ່ໂຄງການ ທາງດ່ວນຜ່ານ ເຊິ່ງຄະນະນໍາ ທີ່ລົງມາຄັ້ງນີ້ ໄດ້ຕິດຕາມທັງ 4 ຕົວເມືອງ ເຊິ່ງມີ 8 ຈຸດ ເຊິ່ງວຽກງານເຮົາກໍາລັງດໍາເນີນການມີ: ການທະລຸແລວທາງ, ການຕັດດິນຖົມ, ການແນະນໍາຄວາມຫຍຸ້ງຍາກ ເນື່ອງຈາກ ການເໜັງຕີງຂອງລາຄານໍ້າມັນ. ຜ່ານການປຶກສາຫາລື ເອົາໃຈໃສ່ຂອງຄະນະນໍາກະຊວງ ຍທຂ, ແຂວງ ບໍລີຄໍາໄຊ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກໍໄດ້ມີທາງອອກຢ່າງ ເໝາະສົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ດໍາເນີນໄປຕາມແຜນການ.

ການລົງຕິດຕາມ ຂອງຄະນະນໍາກະຊວງ ຍທຂ, ແຂວງ ບໍລິຄໍາໄຊ ແລະ ຄະນະກຳມະການສົ່ງເສີມການລົງທຶນ ໃນຄັ້ງນີ້ ເພື່ອເປັນຂໍ້ມູນ ແລະ ບ່ອນອີງພື້ນຖານ ສໍາຄັນ ໃນການສືບຕໍ່ຕິດຕາມ ຊູກຍູ້ ໂຄງການດັ່ງກ່າວໃຫ້ໄປຕາມແຜນການທີ່ກຳນົດໄວ້.

ໃນການລົງຕິດຕາມຄັ້ງນີ້ຍັງໄດ້ຮັບຟັງການລາຍງານເພີ້ມຕຶ່ມຈາກ ທ່ານ ວິໄຊ ພູມີ ຫົວໜ້າພະແນກ ຍທຂ ແຂວງ ບໍລິຄໍາໄຊ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ໄລຍະທີ 2, ແຕ່ເມືອງປາກຊັນ ຫາ ຊາຍແດນ ລາວ-ຫວຽດນາມ, ມີຈຸດເລີ່ມຕົ້ນຢູ່ ຈາກ ບ້ານທົ່ງໃຫຍ່ເມືອງປາກຊັນ ຫາ ຊາຍແດນລາວ-ຫວຽດນາມ (ແທງຖຸຍ), ເມືອງໄຊຈຳພອນ, ແຂວງບໍລິຄຳໄຊ. ມີລວງຍາວປະມານ 203.8 ກມ, ກວມເອົາ 4 ຕົວເມືອງ, (ເມືອງປາກຊັນ, ເມືອງບໍລິຄັນ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ);ແລະ 28ບ້ານ.

ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ບໍລິສັດໄດ້ທະລຸແລວທາງເພື່ອເກັບກຳຂໍ້ມູນ ຕາມແລວທີ່ໄດ້ຮັບຮອງ ສໍາເລັດເປັນບາງໄລຍະ,ແຕ່ລະເຂດລວມທັງໝົດ 4 ເມືອງ ໄດ້ປະມານ 63 ກມ ໄດ້ນໍາເອົາກົນຈັກເຂົ້າມາເພື່ອຈັດຕັ້ງປະຕິບັດວຽກກໍ່ສ້າງ (ຕັດດິນຂະຫຍາຍຂອບເຂດທາງ) ຕາມທີ່ ກົມຂົວທາງໄດ້ຮັບຮອງແບບຈຳນວນ 2 ຈຸດ ໃນຮູບແບບ ອອກແບບໄປພ້ອມ ແລະ ກໍ່ສ້າງໄປພ້ອມ (Design Build),ວຽກງານສີ່ງແວດລ້ອມ ແລວທາງຜ່ານທີ່ສໍາເລັດ ມີ 10 ບ້ານ, ຍັງສືບຕໍ່ ບໍ່ທັນສຳເລັດ ແລະ ລົງເກັບກຳທັງໝົດ 18 ບ້ານ.

ໃນການລົງຕິດຕາມກວດກາ ແລະ ຊູກຍູ້ໂຄງການທາງດ່ວນ ວຽງຈັນ-ຮາໂນ່ຍ ໄລຍະທີ 2, ແຕ່ເມືອງປາກຊັນ ຫາ ຊາຍແດນ ລາວ-ຫວຽດນາມ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ມີຄຳເຫັນຕໍ່ການມາ ກວດກາຊຸກຍູ້ໂຄງການ ແລະ ຕິດຕາມ ຄວາມຄືບໜ້າ ຜົນສໍາເລັດ ຂໍ້ສະດວກ ຂໍ້ຫຍຸ້ງຍາກເພື່ອແນໃສ່ຊຸກຍູ້ສົ່ງເສີມ ໃຫ້ໂຄງການ ສໍາເລັດຕາມສັນຍາ ເຊິ່ງຜ່ານການລົງຕິດຕາມ ເຫັນໄດ້ ການສຸມທຶນຮອນ, ກົນຈັກ, ພາຫະນະ ເຂົ້າໃສ່ໂຄງການ, ຄຽງຄູ່ກັບດ້ານຕັ້ງໜ້າ ຍັງມີສີ່ງທ້າທາຍ ເພື່ອເຮັດໃຫ້ໂຄງການສາມາດດໍາເນີນສືບຕໍ່ໄປຕາມແຜນການ ແລກປ່ຽນຄຳຄິດເຫັນ ແລະ ເນັ້ນບາງບັນຫາເອົາໃຈໃສ່ເປັນຕົ້ນແມ່ນ: ກົນໄກການຄຸ້ມຄອງຕ້ອງເປັນລະບົບຮັດກຸມ, ກໍານົດແລວທາງໃຫ້ສໍາເລັດທັງໝົດ, ສ່ວນຈຸດເຊື່ອມຈອດຂອງທາງດ່ວນແມ່ນຢູ່ (ດ່ານນໍ້າອ້ອນ-ແທງຖຸຍ), ການເຮັດວຽກຮ່ວມກັນເພື່ອສ້າງຄວາມເຂົ້າໃຈໃຫ້ປະຊາຊົນ ທີ່ແລວທາງຕັດຜ່ານ, ມອບໃຫ້ແຂວງ, ເມືອງ ແລະ ຜູ້ພັດທະນາໂຄງການ ບໍລິສັດ ຕ້ອງເປັນໃຈກາງ ເລັ່ງຮັບຮອງຫົວໜ່ວຍລາຄາ ຫົວໜ່ວຍທົດແທນ,ໂຄງການດັ່ງກ່າວເປັນໂຄງການ BOT ບໍລິສັດລົງທຶນ 100% ເພື່ອໃຫ້ໂຄງການປະສົບຜົນສໍາເລັດ ແລະ ໄດ້ມາດຕະຖານ ລັດຕ້ອງໄດ້ຊຸກຍູ້ຕິດຕາມທາງດ້ານເຕັກນິກ, ການອອກແບບ ເພາະເປັນໂຄງການຂະໜາດໃຫຍ່ ໄລຍະຍາວ ເປັນຂໍ້ມູນໃນການມອບໂອນກໍາມະສິດ, ການຢັ້ງຢືນໄລ່ລຽງດ້ານເສດຖະກິດ, ຄະນະກໍາມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ສືບຕໍ່ເຈລະຈາ ສັນຍາຊີເອ ທີ່ຍັງຄ້າງຄາໃຫ້ສໍາເລັດໂດຍໄວ, ພ້ອມນັ້ນ ຂອດປະສານງານ ຂອງຄະນະກໍາມະການ ຕ້ອງໃຫ້ເປັນລະບົບ ຂອດການປະຊຸມ ສ່ອງແສງ ລາຍງານເປັນປະຈໍາເດືອນ, ບໍລິສັດທີ່ປຶກສາ ໃນການຈັດຕັ້ງປະຕິບັດ ໃນການຄຸ້ມຄອງໂຄງການ ອໍານວຍຄວາມສະດວກໃນການແກ້ໄຂບັນຫາທີ່ເກີດຂຶ້ນໃນລະຫວ່າງດໍາເນີນໂຄງການ. ຈັດສັນງົບປະມານໃນການຮັບໃຊ້ວຽກງານບໍລິ ຫານຕິດຕາມຄຸ້ມຄອງໂຄງການ.

ໂອກາດນີ້ ທ່ານ ຍັງໄດ້ເນັ້ນໃຫ້ຂະແໜງກ່ຽວຂ້ອງຂອງພາກລັດ ເປັນເຈົ້າການປະສານງານ ຄຸ້ມຄອງໂຄງການໃຫ້ເປັນລະບົບ ເພື່ອຊ່ວຍບໍລິສັດ ສ່ວນບໍລິສັດ ເອົາໃຈໃສ່ ສຸມທຶນຮອນ, ສະຕິປັນຍາ, ຂຶ້ນແຜນວຽກ ແຜນດໍາເນີນງານ ຢ່າງຊັດເຈນ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຕາມລະດັບຄາດໝາຍ ທີ່ໄດ້ກໍານົດໄວ້, ປະກອບສ່ວນໃນການ ອໍານວຍຄວາມສະດວກເຊື່ອມໂຍງເຊື່ອມຈອດໃນການຄົມມະນາຄົມຂົນສົ່ງຂອງປະເທດກໍຄືພາກພື້ນ ແລະ ສາກົນ.