ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026, ທີ່ນະຄອນຫຼວງ ມະນີລາ, ປະເທດ ຟີລິບປິນ, ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ຕາງໜ້າໃຫ້ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ກໍ່ຄື ລັດຖະບານເເຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ລົງທຶນ ອາຊຽນ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ນຳພາອະນາຄົດຂອງພວກເຮົາ ໄປພ້ອມກັນ”. ກອງປະຊຸມຄັ້ງນີ້, ມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ເຊິ່ງມີການນຳຂັ້ນສູງຈາກຂະເເໜງການພາກລັດ, ພາກເອກະຊົນ ຂອງ ບັນດາປະເທດສະມາຊິກ ອາຊຽນ, ປະເທດຄູ່ຮ່ວມພັດທະນາ, ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ (ESCAP), ບັນດາສະຖາບັນສາກົນ, ອົງການຜູ້ຕາງໜ້າ ແລະ ອື່ນໆ.
ໃນໂອກາດ ເຂົ້າຮ່ວມ ກອງປະຊຸມ ອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ພູວົງ ເພົ່າພົງສະຫວັດ, ຫົວໜ້າພະເເນກຮ່ວມມືລົງທຶນ, ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ໃຫ້ກຽດຂຶ້ນນຳສະເໜີໃນວາລະທີ 4 ຂອງ ກອງປະຊຸມ ເຊິ່ງ ທ່ານ ໄດ້ຍົກໃຫ້ເຫັນເຖິງວຽກງານການລົງທຶນໃນຂະແໜງບໍ່ແຮ່ ຂອງ ສປປ ລາວ ແລະ ການຂະຫຍາຍຕົວຂອງພື້ນຖານອຸດສາຫະກໍາບໍ່ເເຮ່ ຕາມເເຜນພັດທະນາອຸດສາຫະກໍາ ແລະ ການຄ້າ 5 ປີ 2026-2030 ໄດ້ເນັ້ນການສ້າງໂອກາດທີ່ສໍາຄັນສໍາລັບການລົງທຶນໃນທົ່ວລະບົບຕ່ອງໂສ້ມູນຄ່າເພີ່ມໃນ ການຂຸດຄົ້ນບໍ່ແຮ່ ນັບຕັ້ງແຕ່ການສໍາຫລວດ, ການວິໄຈ, ການສະກັດ ແລະ ການທົດສອບແຮ່ທາດ ຈົນເຖິງການປຸງແຕ່ງ, ການຜະລິດມູນຄ່າເພີ່ມ ແລະ ການຜະລິດໂລຫະທີ່ປ່ອຍອາຍຜິດເຮືອນເເກ້ວຕໍ່າ ເເລະ ເປັນມິດຕໍ່ສົ່ງເເວດລ້ອມ. ເຫັນໄດ້ວ່າ, ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ, ນັບມື້ນັບເກີດການປ່ຽນເເປງ ເເລະ ເປັນຮູບປະທຳຫຼາຍຂຶ້ນ ເປັນຕົ້ນເເມ່ນ ການປັບປຸງກົດໝາຍເເຮ່ທາດຂອງ ລັດຖະບານ ໃນການສົ່ງເສີມການລົງທຶນໃນຂະເເໜງນີ້ ໃຫ້ໄດ້ມາຊຶ່ງນັກລົງທຶນທີ່ເປັນມືອາຊີບ, ມີທຶນຮອນເເທ້, ເນັ້ນການສ້າງຕັ້ງໂຮງງານປຸງເເຕ່ງຫຼາຍກວ່າການສົ່ງອອກເເຮ່ດິບອອກ (ເປັນໂອກາດໃນການເພີ່ມມູນຄ່າໃຫ້ແກ່ແຮ່ດິບ), ເນັ້ນການຂຸດຄົ້ນ-ສຳຫຼວດ-ປຸງເເຕ່ງ ທີ່ເປັນມິດຕໍ່ສິ່ງເເວດລ້ອມ, ເພີ່ມທະວີການຊົມໃຊ້ໄຟຟ້າຈາກພາຍໃນປະເທດໃຫ້ຫຼາຍຂຶ້ນ ເເລະ ອື່ນໆ. ການປ່ຽນເເປງເຫຼົ່ານີ້, ຈະກາຍເປັນຈຸດປ່ຽນທີ່ສຳຄັນໜຶ່ງ ໃນການນຳພາຂະເເໜງການບໍ່ເເຮ່ ຂອງ ສປປ ລາວ ກ້າວໄປສູ່ຄວາມເປັນມືອາຊີບທີ່ມີຄວາມເປັນມາດຕະຖານສູງ ເເລະ ທຽບເທົ່າກັບ ພາກພື້ນ ເເລະ ສາກົນ.
ໃນໂອກາດດຽວກັນ, ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ຍັງໄດ້ຖືໂອກາດ ໂຄສະນາດຶງດູດເອົາການລົງທຶນຈາກບັນດານັກທຸລະກິດຈາກ ທົ່ວໂລກ ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຜ່ານເຄື່ອງມືດຶງດູດການລົງທຶນເຊັ່ນວ່າ: ບັນດາເເຜ່ນພັບກ່ຽວກັບກົດໝາຍ ແລະ ຂັ້ນຕອນການລົງທຶນ, ວີດີໂອກ່ຽວກັບກາລະໂອກາດການລົງທຶນ, ວີດີໂອເເຫຼ່ງທ່ອງທ່ຽວຂອງ ສປປ ລາວ, ຂອງທີ່ລະນຶກ ເເລະ ອື່ນໆ.

