ໃນວັນທີ 08 ກໍລະກົດ 2026, ທ່ານ ປອ ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າ ຫ້ອງການ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ໃຫ້ການຕ້ອນຮັບ ທ່ານ Akihiro Nishihara, ຜູ້ອຳນວຍການໃຫຍ່ ບໍລິສັດ Toyota Tsusho Manufacturing Laos ພ້ອມຄະນະ ເພື່ອ ປຶກສາຫາລືກ່ຽວກັບແຜນການລົງທຶນ ແລະ ການດຳເນີນໂຄງການຈັດຕັ້ງໂຮງງານປະກອບລົດ Toyota ໃນ ສປປ ລາວ. ໃນໂອກາດດັ່ງກ່າວ, ບໍລິສັດ Toyota Tsusho ໄດ້ນຳສະເໜີແຜນການຈັດຕັ້ງບໍລິສັດ Toyota Tsusho Manufacturing Laos (TTML) ເພື່ອດຳເນີນທຸລະກິດປະກອບລົດໃນ ສປປ ລາວ ໂດຍຈະກໍ່ສ້າງໂຮງງານຢູ່ເຂດເສດຖະກິດພິເສດ VITA Park ນະຄອນຫຼວງວຽງຈັນ. ໂຄງການມີສັດສ່ວນການລົງທຶນປະກອບດ້ວຍ Toyota Tsusho ຖືຮຸ້ນ 81%, Toyota Laos 10% ແລະ ກຸ່ມບໍລິສັດໂຊກໄຊ (Soksai Group) 9%.
ຕາມແຜນການຂອງບໍລິສັດ, ໂຮງງານມີແຜນຈະເລີ່ມການຜະລິດໃນເດືອນເມສາ ປີ 2028 ດ້ວຍກຳລັງການຜະລິດຫຼາຍກວ່າ 5.000 ຄັນຕໍ່ປີ ໂດຍໃນໄລຍະເລີ່ມຕົ້ນຈະສຸມໃສ່ການປະກອບລົດ Toyota Fortuner ແລະ Toyota Hilux. ໂຄງການນີ້ນັບເປັນກ້າວສຳຄັນຂອງອຸດສາຫະກຳຍານຍົນໃນ ສປປ ລາວ ເນື່ອງຈາກເປັນຄັ້ງທຳອິດທີ່ລົດຍີ່ຫໍ້ Toyota ຈະຖືກຜະລິດພາຍໃນປະເທດ.

ທັງສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບແນວໂນ້ມການພັດທະນາອຸດສາຫະກຳປະກອບລົດໃນ ສປປ ລາວ, ລວມທັງນະໂຍບາຍສົ່ງເສີມຂອງລັດ ທີ່ປະກອບມີມາດຕະການຍົກເວັ້ນພາສີສຳລັບຊິ້ນສ່ວນນຳເຂົ້າ ແລະ ອັດຕາພາສີທີ່ເອື້ອອຳນວຍຕໍ່ການປະກອບລົດພາຍໃນປະເທດ ເພື່ອຍົກລະດັບຂີດຄວາມສາມາດດ້ານການຜະລິດ ແລະ ເພີ່ມການນຳໃຊ້ຊິ້ນສ່ວນຜະລິດພາຍໃນປະເທດ.
ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ສະເເດງຄວາມພ້ອມໃນການປະສານງານ ແລະ ອຳນວຍຄວາມສະດວກແກ່ນັກລົງທຶນ ເພື່ອໃຫ້ໂຄງການດຳເນີນໄປຢ່າງລາບລື່ນ ແລະ ມີປະສິດທິຜົນ, ພ້ອມທັງປະກອບສ່ວນສຳຄັນຕໍ່ການພັດທະນາອຸດສາຫະກຳຍານຍົນ, ການຖ່າຍທອດເທັກໂນໂລຊີ, ການສ້າງວຽກເຮັດງານທຳ ແລະ ການເສີມສ້າງຖານການຜະລິດຂອງ ສປປ ລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ.


