ໃນວັນທີ 14 ຕຸລາ 2026 ທີ່ ບໍ່ຫານ ສປ ຈີນ, ໄດ້ຈັດກອງປະຊຸມ ຄະນະກໍາມະການດໍາເນີນງານຮ່ວມ ຄັ້ງທີ I ໂດຍການເປັນການປະທານຮ່ວມ ຝ່າຍລາວນໍາໂດຍ ທ່ານ ພູວຽງ ເຫງົ້າພາສີ, ຮອງຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ຝ່າຍຈີນນໍາໂດຍ ທ່ານ ນາງ ຊຸນ ມິນ, ຮອງຫົວໜ້າພະແນກການຄ້າ ແຂວງຢູນນານ ແລະ ທ່ານ ຈ້າວໝິງຊ່າງ ຮອງເຈົ້າຄອງນະຄອນຄຸນໝິງ ສປ ຈີນ. ກອງປະຊຸມຄັ້ງນີ້ ກໍ່ແມ່ນການພົບປະຄັ້ງທຳອິດ ຂັ້ນຄະນະກຳມະການດຳເນີນງານຮ່ວມ ສອງຝ່າຍ ພາຍຫຼັງທີ່ໄດ້ມີການປັບປຸງຂອບແຜນຮ່ວມມື ສະບັບປີ2024 ແລະ ການປັບປຸງກົນໄກປະສານງານ ກໍ່ຄື ຄະນະປະສານພາຍໃນ ຂອງ ແຕ່ລະຝ່າຍ. ທັງເປັນການຜັນຂະຫຍາຍຜົນຂອງການພົບປະ ແລະ ປຶກສາຫາລື ໃນຄັ້ງວັນທີ 18 ສິງຫາ 2026 ຢູ່ ນະຄອນຄຸນໝິງ ທີ່ຜ່ານມາ ຂອງ ຂະແໜງການທີ່ກ່ຽວຂ້ອງ ຂອງ ສອງຝ່າຍ ຊຶ່ງໄດ້ມີການລາຍງານຄວາມຄືບໜ້າໃຫ້ກັນຊາບ ລວມເຖິງວຽກງານຄົງຄ້າງ ແລະ ແຜນວຽກຮີບດ່ວນ ທີ່ຈະຕ້ອງໄດ້ພ້ອມກັນຮີບຮ້ອນດໍາເນີນການໃຫ້ສໍາເລັດພາຍໃນປີ 2026 ນີ້, ໂດຍສະເພາະແມ່ນການເປີດເຂດອ້ອມຮົ້ວແບບປິດ ໄລຍະທີ I ຊຶ່ງໄດ້ກໍານົດເບື້ອງຕົ້ນວ່າ ຈະເອົາວັນທີ 3 ທັນວາ 2026 ເປັນມື້ເປີດຢ່າງເປັນທາງການ ເນື່ອງໃນໂອກາດທີ່ເປັນໄລຍະ ຂອງ ການສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ທັງເປັນວັນຄົບຮອບ 5 ປີ ຂອງການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ.
ສອງຝ່າຍ ລາວ-ຈີນ ຮ່ວມກັນເລັ່ງຊຸກຍູ້ ການພັດທະນາເຂດຮ່ວມມືເສດຖະກິດບໍ່ເຕັນ ສປປ ລາວ – ບໍ່ຫານ ສປ ຈີນ
