ພາຍໃນຂອບກອງປະຊຸມສົ່ງເສີມການລົງທຶນ ລາວ–ຫວຽດນາມ ວັນທີ 08 ຕຸລາ 2026 ພາຍໃຕ້ການເປັນປະທານຮ່ວມຂອງ ພະນະທ່ານ ນາຍົກລັດຖະມົນຕີຂອງ ສອງ ປະເທດ ລາວ-ຫວຽດນາມ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກເອກະຊົນ ຂັ້ນກົມວິຊາການ. ກອງປະຊຸມເປັນປະທານຮ່ວມໂດຍ ທ່ານ ປອ ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສປປ ລາວ ແລະ ທ່ານ Do Van Su, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງການເງິນ ສສ ຫວຽດນາມ.
ກອງປະຊຸມມີຈຸດປະສົງເພື່ອທົບທວນ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານການລົງທຶນໃນໄລຍະຜ່ານມາ, ແລກປ່ຽນບົດຮຽນ ແລະ ຮັບຟັງຂໍ້ຫຍຸ້ງຍາກ ພ້ອມທັງຂໍ້ສະເໜີຂອງພາກທຸລະກິດ ເພື່ອປັບປຸງການອຳນວຍຄວາມສະດວກໃຫ້ການດຳເນີນທຸລະກິດມີຄວາມຄ່ອງຕົວຍິ່ງຂຶ້ນ.
ໃນໂອກາດນີ້, ຜູ້ຕາງໜ້າສະພາການຄ້າ ເເລະ ອຸດສາຫະກຳເເຫ່ງຊາດລາວ, ສະມາຄົມທຸລະກິດຫວຽດນາມ ຢູ່ ສປປ ລາວ ແລະ ບັນດາວິສາຫະກິດລາວ–ຫວຽດນາມ ຈຳນວນ 10 ບໍລິສັດ ໄດ້ນຳສະເໜີທ່າແຮງ ແລະ ໂອກາດການຮ່ວມມື ໃນຂົງເຂດພະລັງງານ, ກະສິກຳ, ອຸດສາຫະກຳ, ການຂົນສົ່ງ, ການຫັນເປັນດິຈິຕອນ ແລະ ການທ່ອງທ່ຽວ. ພ້ອມກັນນັ້ນ, ໄດ້ແລກປ່ຽນຂໍ້ສະເໜີກ່ຽວກັບຂັ້ນຕອນການອະນຸມັດການລົງທຶນ, ການນຳໃຊ້ທີ່ດິນ, ການຊື້–ຂາຍໄຟຟ້າ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງສອງປະເທດ.
ການປຶກສາຫາລືຄັ້ງນີ້ ເປັນໂອກາດໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ແລກປ່ຽນຢ່າງເປີດກວ້າງ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າແກ້ໄຂຂໍ້ຄົງຄ້າງ ແລະ ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລາວ–ຫວຽດນາມ ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ.

