ພິທີຝຶກອົບຮົມການນໍາໃຊ້ເຄື່ອງມືຕິດຕາມໂຄງການຜ່ານມືຖື ຂອງໂຄງການ ສົ່ງເສີມການລົງທຶນໃນຂົງເຂດທີ່ດິນຢ່າງມີຄວາມຮັບຜິດຊອບ (ILM-MR/GIZ)

by | May 11, 2026 | ຂ່າວສານ & ກິດຈະກຳ

ໃນວັນທີ 28-29 ເມສາ 2026 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດພິທີຝຶກອົບຮົມການນໍາໃຊ້ເຄື່ອງມືຕິດຕາມໂຄງການຜ່ານມືຖື ຂອງໂຄງການ ສົ່ງເສີມການລົງທຶນໃນຂົງເຂດທີ່ດິນຢ່າງມີຄວາມຮັບຜິດຊອບ (ILM-MR/GIZ) ໂດຍການເປັນປະທານຂອງທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງມີບັນດານັກສໍາມາກອນຈາກ ຫລທ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມທັງໝົດ 90 ກວ່າຄົນ.

ການຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອທົບທວນຜົນການດຳເນີນວຽກງານຂອງແຂວງ ແລະ ເມືອງເປົ້າໝາຍຜ່ານມາ ແລະ ພ້ອມກັນວາງແຜນລະອຽດສຳລັບການດຳເນີນກິດຈະກຳໃນໄລຍະທ້າຍກ່ອນທີ່ໂຄງການຈະສິ້ນສຸດ ເພື່ອມອບສົ່ງຕໍ່ໃຫ້ບັນດາແຂວງເປັນເຈົ້າການໃນການດຳເນີນກິດຈະກຳ ແລະ ນໍາໃຊ້ເຄື່ອງມື ການຕິດຕາມ ການລົງທຶນ ຜ່ານແອັບມືຖື (IPM) ເພື່ອໃຫ້ການເກັບກຳ ແລະ ການຄຸ້ມຄອງຂໍ້ມູນມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິພາບ ຫຼາຍຂຶ້ນ.

ຜ່ານການດໍາເນີນການຝຶກອົບຮົມເປັນເວລາ 02 ວັນ ເຫັນວ່າທີມງານຊ່ຽວຊານຈາກ GIZ ໄດ້ຖ່າຍທອດຄວາມຮູ້ໃຫ້ມີຄວາມປະສີດທິພາບ, ມີຄຸນນະພາບທັງດ້ານເນື້ອໃນ ແລະ ດ້ານເຕັກນິກວິຊາສະເພາະ. ພ້ອມນີ້, ນັກສໍາມະນາກອນກໍ່ໄດ້ເອົາໃຈໃສ່ຕັ້ງໃຈຮໍ່າຮຽນ, ມີການແລກປ່ຽນຄໍາຄິດເຫັນ ແລະ ທີມງານຄູຝຶກກໍ່ເອົາໃນໃສແກ້ໄຂຂໍ້ຂ້ອງໃຈໃຫ້ແກ່ນັກສໍາມະກອນໄດ້ເປັນຢ່າງດີ.

ພ້ອມກັນນັ້ນ, ເພື່ອຝຶກອົບຮົມໃນຄັ້ງນີ້ກໍຍັງໄດ້ນຳເອົາຮ່າງບົດແນະນຳ ກ່ຽວກັບກົນໄກການແກ້ໄຂຂໍ້ຂັດແຍ່ງ, ເຊິ່ງເປັນວຽກງານທີ່ສໍາຄັນຫຼາຍ ໃນການອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນ, ທາບທາມຄຳຄິດຄຳເຫັນຂອງຜູ້ຕາງໜ້າຈາກບັນດາ 17 ແຂວງ ແລະ 01 ນະຄອນ ຫຼວງວຽງຈັນ, ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ທີ່ຈະເປັນຂໍ້ມູນສໍາຄັນໃນການຄົ້ນຄວ້າໃນຮ່າງດັ່ງກ່າວໃຫ້ສົມບູນຂຶ້ນ ແລະ ສາມາດສະເໜີຂໍການພິຈາລະນາຮັບຮອງນໍາໃຊ້ໃນອານາຄົດ.